郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ຕົກ​ລົງ​ຖອນ​ອອກ​ຈາກ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ

2022-03-16 11:06:12 cri

ວັນ​ທີ15ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ​ໂພຍ ໂທ​ສ​ຕອຍ ຮອງ​ປະ​ທານ​ສະ​ພາ​ດູ​ມາ​ແຫ່ງ​ຊາດ​ຣັດ​ເຊຍ​ໄດ້​ກ່າວ​ຜ່ານ​ທາງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ຣັດ​ເຊຍ​ຕົກ​ລົງ​ຖອນ​ອອກ​ຈາກ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ, ຈົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ຂອງ​ທ່ານ​ ເຊິ​ເກ ລາ​ຟ​ລົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ສົ່ງ​ໄປ​ໃຫ້​ເລ​ຂາ​ທິ​ການ​ໃຫຍ່​ຂອງຄະ​ນະ​ກຳ​ມະ​ການ​ເອີ​ລົບແລ້ວ.

ທ່ານໂທ​ສ​ຕອຍກ່າວ​ຕື່ມວ່າ: ຄວາມ​ຮັບ​ຜິດ​ຊອບທັງ​ໝົດ​ທີ່​ທຳ​ລາຍ​ການ​ສົນ​ທະ​ນາ​ກັບ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ​ນັ້ນ​ແມ່ນ​ຢູ່​​ນຳ​ຝ່າຍ​ປະ​ເທດ​ສະ​ມາ​ຊິກ​ນາ​ໂຕ,​ພວກເຂົາ​ໄດ້​ຖື​ສິດ​ທິ​ມະ​ນຸດ​ເປັນ​ຫົວ​ຂໍ້​ຫຼັກ​ມາ​ໂດຍ​ຕະ​ຫຼອດ​ເພື່ອ​ບັນ​ລຸ​ຜົນ​ປະ​ໂຫຍດ​ທາງ​ການ​ເມືອງໃນ​ພາກ​ພື້ນ​ຂອງ​ຕົນ​ແລະ​ໂຈມ​ຕີ​ຣັດ​ເຊຍ. ຍ້ອນ​ວ່າ​ຣັດ​ເຊຍ​ໄດ້​ຜ​ະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ​ທາງ​ການ​ເມືອງ​ແລະ​ການ​ລົງ​ໂທດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ສະ​ນັ້ນ ຈຶ່ງ​ບໍ່​ຢາກ​ສືບ​ຕໍ່​ຈ່າຍ​ຄ່າ​ສະ​ມາ​ຊິກ​ໃຫ້​ຄະ​ນະ​ກຳ​ມະ​ການ​ເອີ​ລົບ​ອີກ.

ທ່ານ​ກ່າວ​ເນັ້ນ​ໜັກ​ວ່າ: ຣັດ​ເຊຍ​ແມ່ນ​ສະ​ໝັກ​ໃຈ​ຖອນ​ອອກ​ຈາກ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ,ນີ້​ເປັນ​ການ​ຕົກ​ລົງ​ທີ່​ມີຄວາມ​ກ້ຳ​ເກິ່ງ​ກັນ​ແລະ​ຜ່ານ​ການ​ພິ​ຈາ​ລະ​ຈາ​ຢ່າງ​ເລິກ​ເຊິ່ງ​ແລ້ວ.

ຣັດ​ເຊຍ​ຕົກ​ລົງ​ຖອນ​ອອກ​ຈາກ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ_fororder_1380937908

 

ຄຳ​ເຫັນ

0