吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ ການ​ເດີນ​ເຮືອ​ຂອງ​ຕົນ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ ແລະ ຄວາມ​ຊິນ​ເຄີຍ​ຂອງ​ສາ​ກົນ

2022-03-16 11:43:17 CRI

ຈີນ​ກ່າວ​ວ່າ ການ​ເດີນ​ເຮືອ​ຂອງ​ຕົນ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ ແລະ ຄວາມ​ຊິນ​ເຄີຍ​ຂອງ​ສາ​ກົນ_fororder_webwxgetmsgimg (1)

 

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໃນ​ຕອນ​ບ່າຍ​ວັນ​ທີ 15 ມີ​ນານີ້, ມີ​ນັກ​ຂ່າວ​ໄດ້​ຖາມ​ໂຄ​ສົກ​ກ່ຽວ​ກັບ​ເລື່ອງ​ຟິ​ລິບ​ປິນ​ຕຳ​ໜິ​ກຳ​ປັ່ນ​ຂອງກອ​ງ​ທັບ​ເຮືອ​ຈີນ​ເດີນ​ຜ່ານ​ເຂດ​ທະ​ເລ​ໝູ່​ເກາະ​ຟິ​ລິບ​ປິນ​ຢ່າງ​ຜິດ​ກົດ​ໝາຍ.

 

ຕໍ່​ກັບ​ເລື່ອງນີ້, ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ວ່າ: ກຳ​ປັ່ນ​ຂອງກອງ​ທັບ​ເຮືອ​ຈີນ​ເດີນ​ຜ່ານ​ເຂດ​ທະ​ເລ​ໝູ່​ເກາະ​ຟິ​ລິບ​ປິນນັ້ນ ແມ່ນ​ນຳ​ໃຊ້​ສິດ​ເດີນ​ຜ່ານ​ແບບ​ບໍ່​ມີ​ຜົນ​ຮ້າຍ​ໂດຍອີງ​ຕາມ “ສົນ​ທິ​ສັນ​ຍາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ກົດ​ໝາຍ​ທະ​ເລ”. ການ​ເຄື່ອນ​ໄຫວ​ເດີນ​ເຮືອ​ຂອງ​ຈີນ ແມ່ນ​ມີ​ຄວາມ​ປອດ​ໄພ ແລະ ເປັນ​ລະ​ບຽບ​ແບບ​ແຜນ, ​ພ້ອມທັງ​ສອດ​ຄ່ອງ​ກັບ​ກົດ​ໝາຍ ແລະ ຄວາມ​ຊິນ​ເຄີຍ​ຂອງ​ສາ​ກົນ. ພວກ​ເຮົາ​ຫວັງ​ວ່າ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈະ​ມີ​ທັດ​ສະ​ນະ​ທີ່​ພາ​ວະ​ວິ​ໄສ ແລະ ມີ​ສະ​ຕິ.

ຄຳ​ເຫັນ

0