吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ອັງ​ກິດ​ປະ​ກາດ​ວ່າ​ຈະ​ລົງ​ໂທດ​ 370 ກວ່າ​ຄົນ ລວມ​ທັງອົງ​ກອນ​ຂອງ​ຣັດ​ເຊຍ ແລະ ເບ​ລາ​ຣຸດ​ຊີ

2022-03-16 11:41:47 CRI

​ອັງ​ກິດ​ປະ​ກາດ​ວ່າ​ຈະ​ລົງ​ໂທດ​ 370 ກວ່າ​ຄົນ ລວມ​ທັງອົງ​ກອນ​ຂອງ​ຣັດ​ເຊຍ ແລະ ເບ​ລາ​ຣຸດ​ຊີ_fororder_webwxgetmsgimg

 

ວັນ​ທີ 15 ມີ​ນານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ລັດ​ຖະ​ບານ​ອັງ​ກິດ​ໄດ້​ປະ​ກາດ​ວ່າ ຈະ​ລົງ​ໂທດ 370 ກວ່າ​ຄົນ, ອົງ​ກອນ​ຂອງ​ຣັດ​ເຊຍ ແລະ ເບ​ລາ​ຣຸດ​ຊີ ເຊິ່ງ​ລວມ​ທັງ​ທ່ານ ມິກ​ຮາ​ອິນ ມີ​ຊຸ​ສ​ຕິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ, ທ່ານ ເຊີ​ເກ ຊອຍ​ກູ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ, ທ່ານ ດີ​ມີ​ຕ​ຣີ ເມັດ​ເວ​ເດັບ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ແລະ​ທ່ານ​ອື່ນໆ. ຊັບ​ສິນ​ຂອງ​ຜູ້​ຖືກ​ລົງ​ໂທດ​ຢູ່​ອັງ​ກິດ​ຈະ​ຖືກ​ອາ​ຍັດ, ບັນ​ດາ​ທ່ານເຫຼົ່າ​ນີ້​ຈະ​ຖືກ​ຫ້າມ​ເດີນ​ທາງ​ເຂົ້າໄປ​ອັງ​ກິດ.

 

ຂໍ້​ຕົກ​ລົງ​ການ​ລົງ​ໂທດ​ດັ່ງ​ກ່າວ ແມ່ນ​ຮ່າງ​ອອກຫຼັງ​ຈາກ​ອັງ​ກິດຮັບ​ຮອງ​ເອົາ “ກົດ​ໝາຍວ່າ​ດ້ວຍ​ອາດ​ຊະ​ຍາ​ກຳ​ທາງ​ເສດ​ຖະ​ກິດ” ຢ່າງວ່ອງ​ໄວ​. ກົດ​ໝາຍ​ສະ​ບັບ​ນີ້ ໄດ້​ອະ​ນຸ​ຍາດ​ໃຫ້​ອັງ​ກິດ​ລົງ​ໂທດ​ຜູ້​ຄົນ​ທີ່​ມີ​ຊັບ​ສິນ​ຖືກ​ສະ​ຫະ​ພາບ​ເອີ​ຣົບ, ອາ​ເມ​ຣິ​ກາ ຫຼື ກາ​ນາ​ດາ​ອາ​ຍັດ ​ພ້ອມທັງ​ໃຊ້​ການ​ເຄື່ອນ​ໄຫວ​ສະ​ກັດ​ກັ້ນ​ບໍ່​ໃຫ້​ຊາວ​ຣັດ​ເຊຍ​ຜູ້​ຮັ່ງ​ມີ​ດຳ​ເນີນ​ການ​ຟອກ​ເງິນ​ຢູ່​ລອນດອນ.

 

ນັບ​ແຕ່​ເກີດ​ການ​ປະ​ທະ​ກັນ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ອູ​ແກ​ຣນ​ເປັນ​ຕົ້ນ​ມາ, ປະ​ເທດ​ອັງ​ກິດ​ໄດ້​ລົງ​ໂທດ 1.000 ກວ່າ​ຄົນ, ອົງ​ກອນ ແລະ ສາ​ຂາ​ບໍ​ລິ​ສັດ​ຂອງ​ຣັດ​ເຊຍ ແລະ ເບ​ລາ​ຣຸດ​ຊີ.

 

ຄຳ​ເຫັນ

0