郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປູ​ຕີນ​ກ່າວ​ວ່າ: ອູ​ແກຼນ​ໄດ້​ຜະ​ລິດ​ເຄື່ອງ​ອາ​ໄລ່​ຂອງ​ອາ​ວຸດຊີ​ວະ​ພາບ​ແລ້ວ​ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ອາ​ເມ​ຣິ​ກາ

2022-03-17 16:40:36 cri

ວັນ​ທີ15ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານວາ​ລາ​ດີ​ເມຍ ປູ​ຕີນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງ​ໂທ​ລະ​ພາບ. ໃນ​ເວ​ລາ​ເວົ້າ​ເຖິງ​ເລື່ອງ​ອາ​ເມ​ຣິ​ກາ​ຊີ້​ນຳ​ແລະ​ໃຫ້​ເງິນ​ອຸດ​ໜູນ​ຊ່ວຍ​ເຫຼືອ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ອູ​ແກຼນ ທ່ານ​ປູ​ຕີນ​ກ່າວ​ວ່າ: ​ທ່ານເຫັນ​ວ່າ ອູ​ແກຼນ​ໄດ້​ຜະ​ລິດ​ເຄື່ອງ​ອາ​ໄລ່​ຂອງ​ອາ​ວຸດຊີ​ວະ​ພາບ​ແລ້ວ​ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ອາ​ເມ​ຣິ​ກາ.

ທ່ານປູ​ຕີນກ່າວ​ຕື່ມ​ວ່າ: ອູ​ແກຼນ​ມີ​ຕາ​ໜ່າງທີ່​ປະ​ກອບ​ດ້ວຍ​ຫ້ອງ​ທົດ​ລອງ​ຫຼາຍ​ສິບ​ແຫ່ງ, ໄດ້ດຳ​ເນີນ​ແຜນ​ການ​ຊີ​ວະ​ພາບ​ທາງ​ການ​ທະ​ຫານ​ພາຍ​ໃຕ້​ການ​ຊີ້​ນຳ​ແລະ​ໄດ້​ຮັບ​ເງິນ​​ສະ​ໜັບ​ສະ​ໜູນ​ຈາກອາ​ເມ​ຣິ​ກາ. ປັດ​ຈຸ​ບັນ ພວກ​ເຂົາ​ກຳ​ລັງ​ພະ​ຍາ​ຍາມ​ລຶບ​ລ້າງ​ຮ່ອງ​ຮອຍ​ທັງ​ໝົດ​ຈາກ​ແຜນ​ການ​ເຫຼົ່າ​ນີ້,ແຕ່​ພວກ​ເຮົາ​ມີ​ຫຼັກ​ຖານ​ພຽງ​ພໍ​ທີ່​​ເຊື່ອ​ວ່າ: ​ເຄື່ອງ​ອາ​ໄລ່​ຂອງ​ອາ​ວຸດຊີ​ວະ​ພາບໄດ້​ຜະ​ລິດ​ອອກ​ມາ​ແລ້ວ​ຢູ່​ບາງ​ເຂດ​ຂອງ​ອູ​ແກຼນ​ທີ່​​ຕິດ​ກັບ​ປະ​ເທດ​ຣັດ​ເຊຍ.

ທ່ານ​ປູ​ຕີນ​ກ່າວ​ວ່າ: ອູ​ແກຼນ​ໄດ້​ຜະ​ລິດ​ເຄື່ອງ​ອາ​ໄລ່​ຂອງ​ອາ​ວຸດຊີ​ວະ​ພາບ​ແລ້ວ​ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ອາ​ເມ​ຣິ​ກາ_fororder_1852088780

 

ຄຳ​ເຫັນ

0