郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ແທນ​ຈີນ​ຮຽກ​ຮ້ອງໃຫ້​ສະ​ພາ​ສິດ​ທິ​ມະ​ນຸດ​ສຸມ​ໃສ່​​ພິ​ຈາ​ລະ​ນາໂທດ​ກຳ​ຂອງ​ປະ​ເທດ​ຕ​າ​ເວັນ​ຕົກ ຄື ອາ​ເມ​ຣິ​ກາ​ເປັນ​ຕົ້ນ​ໃນ​ການ​ສັງ​ຫານ​ເດັກ​ນ້ອຍ​ຊາວ​ອັ​ຟ​ກາ​ນີ​ສະ​ຖານ

2022-03-17 16:35:03 cri

​ໃນ​ການ​ສົນ​ທະ​ນາ​ກັບ​ຜູ້​ຕາງ​ໜ້າ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ເດັກ​ນ້ອຍ​ແລະ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ອົ​ງ​ການ​ສະ​ຫະ​ປະ​ຊາ​ຊາດໃນກອງ​ປະ​ຊຸມ​ຄັ້ງ​ທີ49ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ທີ່​ຈັດ​ຂຶ້ນ​ໃນວັນ​ທີ16ມີ​ນາ​ນີ້​, ຜູ້​ຕາງ​ໜ້າຖາ​ວອນ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ ໂດຍຮຽກ​ຮ້ອງໃຫ້​ສະ​ພາ​ສິດ​ທິ​ມະ​ນຸດ​ສຸມ​ໃສ່​ພິ​ຈາ​ລະ​ນາ​ໂທດ​ກຳ​ຂອງ​ປະ​ເທດ​ຕ​າ​ເວັນ​ຕົກ ຄື: ອາ​ເມ​ຣິ​ກາ,ອັງ​ກິດ ແລະ​ອົ​ສ​ຕຼາ​ລີ​ເປັນ​ຕົ້ນ​ໃນ​ການ​ສັງ​ຫານ​ເດັກ​ນ້ອຍ​ຊາວ​ອັ​ຟ​ກາ​ນີ​ສະ​ຖານ.

ຜູ້​ຕາງ​ໜ້າຖາ​ວອນ​ຈີນທ່ານນີ້​ກ່າວ​ວ່າ: ໃນ​ເວ​ລາ20ປີ​ເລີ່ມ​ຈາກ​ອາ​ເມ​ຣິ​ກາ​ກໍ່​ສົງ​ຄາມ​ຢູ່​ອັ​ຟ​ກາ​ນີ​ສະ​ຖານ​ຈົນ​ຮອດ​ຖອນ​ທະ​ຫານ​ອອກ​ຈາກ​ອັ​ຟ​ກາ​ນີ​ສະ​ຖານ,ເດັກ​ນ້ອຍ​ອັ​ຟ​ກາ​ນີ​ສະ​ຖານ​ໄດ້​ຮັບ​ຜົນ​ສະ​ທ້ອນ​ອັນ​ໜັກ​ໜ່ວງ. ນັບແຕ່​ປີ2005-2019,ມີ​ເດັກ​ນ້ອຍ​ອັ​ຟ​ກາ​ນີ​ສະ​ຖານ​ເສຍ​ຊີ​ວິດ​ແລະໄດ້​ຮັບ​ບາດ​ເຈັບ​ໃນ​​ສົງ​ຄາມ​ຢ່າງ​ໜ້ອຍ26.000​ຄົນ. ​ນັບ​ແຕ່​ປີ2016-2020,ມີ​ເດັກ​ນ້ອຍ​ອັ​ຟ​ກາ​ນີ​ສະ​ຖານເສຍ​ຊີ​ວິດ​ແລະໄດ້​ຮັບ​ບາດ​ເຈັບ​ປະ​ມານ1600ຄົນຈາກການ​ຫຼອນ​ໂຈມ​ຕີ​ທາງ​ອາ​ກາດ​ຂອງກອງ​ທັບ​ປະ​ສົມ​ນາ​ໂຕ​ທີ່​ຖື​ອາ​ເມ​ຣິ​ກາ​ເປັນ​ຜູ້​ຊີ້​ນຳ, ຊຶ່ງ​ຕົວ​ເລກນີ້​ໄດ້​ກວມ40%ໃນ​ຈຳ​ນວນ​ສາ​ມັ​ນ​ຊົນ​ຜູ້​ເສ​ຍ​ຊີ​ວິດ​ແລະ​ບາດ​ເຈັບ​​ຈາກ​ການ​ຫຼອນ​ໂຈມ​ຕີ​ທາງ​ອາ​ກາດ​ເທື່ອນີ້.

图片默认标题_fororder_433362243

 

ຄຳ​ເຫັນ

0