徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຊກ​ດີ​ປຸຍຫິມະ ! ງານກິລາໂອລິມປິກລະດູໜາວປັກກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ? “ບ່ອນທີ່ປອດໄພທີ່ສຸດໃນໂລກ”

2022-03-17 14:29:51 cri

 

 

ໂຊກ​ດີ​ປຸຍຫິມະ ! ງານກິລາໂອລິມປິກລະດູໜາວປັກກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?(ບົດ​ທີ 6) 

“ບ່ອນທີ່ປອດໄພທີ່ສຸດໃນໂລກ”

ໃນພິທີອັດຂອງງານກິລາໂອລິມປິກລະດູໜາວປັກກິ່ງ, ຄຽງຄູ່ກັບທວນໄຟທີ່ມີຮູບຊົງປຸຍຫິມະຄ່ອຍໆຮ້ວຍລົງມາ, ງານກິລາໂອລິມປິກລະດູໜາວຄັ້ງນີ້ກໍໄດ້ອັດລົງຢ່າງເປັນທາງການແລ້ວ.

 图片默认标题_fororder_图片1

“ບ່ອນທີ່ປອດໄພທີ່ສຸດໃນໂລກໜ່ວຍນີ້”

“ມີຄວາມພໍໃຈຫຼາຍ! ງານກິລາໂອລິມປິກລະດູໜາວຄັ້ງນີ້ມີການຄຸ້ມຄອງແບບວົງປິດ ແລະມີປະສິດທິຜົນສູງ. ເວົ້າໄດ້ວ່າສະຖານທີ່ຈັດງານກິລາໂອລິມປິກລະດູໜາວຄັ້ງນີ້ແມ່ນສະຖານທີ່ທີ່ປອດໄພທີ່ສຸດໃນໂລກໜ່ວຍນີ້”, ທ່ານໂທມັສ ບັກ ປະທານຄະນະກຳມະການໂອລິມປິກສາກົນ ໄດ້ຕີລາຄາສູງຕໍ່ກັບງານກິລາໂອລິມປິກລະດູໜາວປັກກິ່ງໃນເວລາເຂົ້າຮ່ວມກອງ​ປະ​ຊຸມຖະແຫຼງຂ່າວໃນວັນທີ 18 ກຸມພາ,​ ທ່ານກ່າວວ່າ: ພຽງແຕ່ຄົນທັງຫຼາຍຢຶດໝັ້ນນໍ້າໃຈສາມັກຄີກັນ,​ ແຕ່ລະຄົນປະກອບສ່ວນ,​ ເຖິງແມ່ນວ່າໃນສະພາບພະຍາດໂຄວິດ-19 ກໍສາມາດຈັດງານມະໂຫລານຄັ້ງໜຶ່ງໄດ້.​

ຍ້ອນຫຍັງວຽກງານປ້ອງກັນ ແລະຄວບຄຸມການ​ແຜ່​ລະ​ບາດ​ຂອງພະຍາດໂຄວິດ-19 ຂອງງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຮັບຄວາມຍ້ອງຍໍຈາກທ່ານໂທມັສ ບັກ?

 

ກາບຄຸ້ມຄອງແບບວົງປິດ

图片默认标题_fororder_图片2

ຢູ່ສະໜາມບິນນະຄອນຫຼວງປັກກິ່ງໄດ້ຕັ້ງເຂດສະເພາະ, ຕັ້ງຊ່ອງທາງສະເພາະ, ເພື່ອເພີ່ມຄວາມໄວໃນການຜ່ານດ່ານສຳ​ລັບຄົນທີ່ມາເຂົ້າຮ່ວມງານກິລາໂອລິມປິກລະດູໜາວ.

图片默认标题_fororder_图片3

​ພະ​ນັກ​ງານປ້ອງກັນພະຍາດທີ່​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ສະໜາມບິນ​ສາ​ກົນນະຄອນຫຼວງປັກກິ່ງ

图片默认标题_fororder_图片5

ລົດໄຟຄວາມໄວສູງລະຫວ່າງປັກກິ່ງ-ຈ່າງເຈ່ຍໂຂໃນເວລາຈັດງານກິລາໂອລິມປິກລະດູໜາວ, ຮັບປະກັນໃຫ້ມີການຂ້າເຊື້ອຢ່າງໜ້ອຍ 3 ເທື່ອໃນແຕ່ລະມື້.

图片默认标题_fororder_图片6

ການປ້ອງກັນພະຍາດຢ່າງມີປະສິດທິພາບສູງດ້ວຍເຕັກ​ນິກສູງ

ຫຸ່ນຍົນປ້ອງກັນພະຍາດອັດ​ຊະ​ລິ​ຍະ.

图片默认标题_fororder_图片7

ໃນໂຮງແຮມ​ສຳ​ລັບ​ນັກ​ຂ່າວ​ຂອງງານກິລາໂອລິມປິກລະດູໜາວປັກກິ່ງ ໄດ້ນຳໃຊ້ເຕັກນິກການຂ້າເຊື້ອດ້ວຍຫຸ່ນຍົນ.

图片默认标题_fororder_图片8

ຫຸ່ນຍົນແທກອຸນຫະພູມ​ຮ່າງ​ກາຍໃນສະໜາມກິລາການແຂ່ງຂັນເຄີລີງ

图片默认标题_fororder_图片9

ໃນຫ້ອງອາຫານຂອງສູນສື່ມວນຊົນງານກິລາໂອລິມປິກລະດູໜາວປັກກິ່ງມີ ອຸປະກອນສະໜອງເຄື່ອງກິນດື່ມແບບ​ສະ​ມາດ​ແລະອັດຕະໂນມັດຕະຫຼອດ 24 ຊົ່ວໂມງ.

 

ມີຄວາມປອດໄພຢ່າງເຕັມທີ່ ໄດ້ຮັບຄວາມຍ້ອງຍໍຢ່າງຫຼວງຫຼາຍ

 

图片默认标题_fororder_图片10

ນາງເຄດີ ໂອເມຣົດ,​ ນັກກິລາສະກີອັງກິດໄດ້ເຜີຍແຜ່ປະສົບການ​ດຳ​ລົງ​ຊີ​ວິດ ຢູ່ຈີນຂອງຕົນ​ຜ່ານທາງ TikTok.

 

图片默认标题_fororder_图片11

​ທ້າວເລໂອນ ໂວເຄນສະເບີເກີ, ນັກກິລາສະກີເຢຍລະມັນໄດ້ຖ່າຍທຳຫຸ່ນຍົນຂ້າເຊື້ອໃຫ້ໝູ່ເບິ່ງຜ່ານທາງ TikTok , ລາວຮູ້ສຶກວ່າ: “ບໍ່ຮູ້ວ່າຍັງມີບ່ອນອື່ນ​ທີ່ປອດໄພກວ່າບ່ອນນີ້ບໍ່.”

图片默认标题_fororder_图片12

 ​ທ້າວຄຣິສໂຕເຟີ ພຣິດ, ​ນັກກິລາເຄີລີງອາເມຣິກາໄດ້ແບ່ງປັນຄວາມຮູ້ສຶກຂອງຕົນ​ຜ່ານທາງ twiter : “ໃນຍາມເຊົ້າໄດ້ຮັບການກວດ​ຫາເຊື້ອຢ່າງເປັນປະຈຳ. ເຖິງແມ່ນວ່າບໍ່​ເປັນ​ເລື່ອງ​ມ່ວນ, ແຕ່ວ່າຍິນດີທີ່ໄດ້ຮັບການບໍລິການນີ້,​ ຍ້ອນວ່າການກວດ​ຫາເຊື້ອເຮັດໃຫ້ພວກເຮົາມີຄວາມປອດໄພໃນເວລາຢູ່ບ້ານໂອລິມປິກລະດູໜາວ ແລະໃນເວລາແຂ່ງຂັນ.”

 

ຄຳ​ເຫັນ

0