陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການສຶກສາດ້ານການເມືອງແນວຄິດໄດ້ຊ່ວຍຊາວໜຸ່ມເຍົາວະຊົນເໜັບກະດຸມເມັດທຳອິດຂອງຊີວິດໃຫ້ດີ

2022-03-17 17:44:06 cri

ການສຶກສາດ້ານການເມືອງແນວຄິດໄດ້ຊ່ວຍຊາວໜຸ່ມເຍົາວະຊົນເໜັບກະດຸມເມັດທຳອິດຂອງຊີວິດໃຫ້ດີ_fororder_微信图片_20220317

  ວັນທີ 18 ມີນາປີ 2019,ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນໃນກອງປະຊຸມ ສົນທະນາກັບຄູອາຈານສອນວິຊາທິດສະດີການເມືອງແນວຄິດຢູ່ໂຮງຮຽນວ່າ: ຊາວໜຸ່ມເຍົາວະຊົນແມ່ນອະນາຄົດຂອງປະເທດແລະຄວາມຫວັງຂອງຊາດ. ໄລຍະຊາວໜຸ່ມເຍົາວະຊົນແມ່ນ “ໄລຍະແຕກໜໍ່ຈໍ່ແໜງ”ຂອງຊີວິດ,ຈິດໃຈແລະ ສະຕິປັນຍາໃນໄລຍະນີ້ໄດ້ຄ່ອຍໆສົມບູນຂຶ້ນ,ແນວຄິດໄດ້ກ້າວເຂົ້າສູ່ສະພາບທີ່ ຄຶກຄັກທີ່ສຸດເຊິ່ງຕ້ອງການການຊີ້ນຳແລະບຳລຸງສ້າງຫຼາຍທີ່ສຸດ.ທ່ານສີຈິ້ນຜິງໄດ້ອ້າງຕາມຄຳເວົ້າບູຮານຂອງຈີນວ່າ: “蒙以养正ເໝີງຢີຢາງເຈິ້ງ,圣功也ເຊິ້ງກົ່ງເຢ”,ໂດຍກ່າວເນັ້ນວ່າ:ສິ່ງສຳຄັນທີ່ສຸດໃນການສຶກສາຂອງຊາວໜຸ່ມ ເຍົາວະຊົນແມ່ນສອນແນວຄິດທີ່ຖືກຕ້ອງໃຫ້ເຂົາເຈົ້າ,ຊີ້ນຳໃຫ້ເຂົາເຈົ້າເດີນໄປ ຕາມເສັ້ນທາງທີ່ຖືກຕ້ອງ.

 

ຄຳວ່າ“蒙以养正,圣功也”ແມ່ນຄຳເວົ້າໃນປຶ້ມ "周易ໂຈ່ຢີ້"ເຊິ່ງ ມີຄວາມໝາຍວ່າ,ຕ້ອງປູກຈິດສຳນຶກທີ່ຖືກຕ້ອງໃຫ້ເດັກນ້ອຍ,ເຮັດໃຫ້ເຂົາເຈົ້າເດີນໄປຕາມເສັ້ນທາງທີ່ຖືກຕ້ອງ,ກາຍເປັນຜູ້ທີ່ມີຜົນປະໂຫຍດຕໍ່ສັງຄົມ,ນີ້ແມ່ນຄຸນງາມຄວາມດີທີ່ຍິ່ງໃຫຍ່ທີ່ສຸດຂອງນັກປາດຜູ້ຍິ່ງໃຫຍ່.

 

"ເຍົາວະຊົນມີສະຕິປັນຍາ,ປະເທດຊາດກໍ່ຈະມີສະຕິປັນຍາ;ເຍົາວະຊົນ ເຂັ້ມແຂງ,ປະເທດຊາດກໍ່ຈະເຂັ້ມແຂງ."ປັດຈຸບັນ,ປະເທດຈີນພວມເພີ່ມທະວີ ການຊຸກຍູ້ການສຶກສາດ້ານການເມືອງແນວຄິດໃຫ້ກັບຊາວໜຸ່ມເຍົາວະຊົນ,ໂດຍມີຈຸດປະສົງສອນແນວຄິດທີ່ຖືກຕ້ອງໃຫ້ເຂົາເຈົ້າ,ຊີ້ນຳໃຫ້ເຂົາເຈົ້າເດີນໄປຕາມເສັ້ນທາງທີ່ຖືກຕ້ອງ,ຊ່ວຍເຂົາເຈົ້າເໜັບກະດຸມເມັດທຳອິດຂອງຊີວິດໃຫ້ດີ.ວັນທີ 1 ມິຖຸນາປີ 2015,ໃນເວລາພົບປະກັບຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ 7 ຂອງກອງໜ້າເຍົາວະຊົນຈີນ,ທ່ານເລຂາທິການໃຫຍ່ສີຈິ້ນຜິງ ໄດ້ໃຫ້ຄຳສັ່ງສອນວ່າ: “ຢາກເປັນຄົນດີ,ກໍ່ຕ້ອງມີຄຸນສົມບັດ ມີຄວາມຮູ້ ມີຄວາມ ຮັບຜິດຊອບ, ຕ້ອງຍຶດໝັ້ນການຖືຄຸນສົມບັດເປັນບູລິມະສິດ.ປັດຈຸບັນ,ພວກຫຼານ ລ້ວນແຕ່ແມ່ນ ເບ້ຍໄມ້ນ້ອຍໆ,ການສ້າງຄຸນສົມບັດຕ້ອງການທາດບຳລຸງແລະດິນ ທີ່ອຸດົມສົມບູນ, ແນວນີ້ຈຶ່ງສາມາດເຕີບໃຫຍ່ຢ່າງແຂງແຮງ.ປັດຈຸບັນ,ການສ້າງ ຄຸມສົມບັດຂອງຕົນໄດ້ດີ,ອະນາຄົດກໍ່ຈະເປັນຄົນດີ.”

 

ຕາມໄດ້ຮູ້ວ່າ,ໃນໄລຍະປະຕິດບັດແຜນພັດທະນາເສດຖະກິດສັງຄົມແຫ່ງ ຊາດ 5 ປີຄັ້ງທີ 13,ຖັນແຖວຄູອາຈານສອນວິຊາການເມືອງແນວຄິດຈະສືບຕໍ່ ເພີ່ມຂຶ້ນ ດ້ວຍຄວາມໄວ 14,4%ສະເລ່ຍຕໍ່ປີ,ຮອດເດືອນພະຈິກປີ 2020ໄດ້ ມີຫຼາຍກວ່າ 100.000 ຄົນແລ້ວ,ໃນນີ້,ຄູອາຈານມືອາຊີບມີຫຼາຍກວ່າ 70.000 ຄົນ,ໃນ ໄລຍະ 5 ປີໄດ້ເພີ່ມຂຶ້ນ 65,5%.ໃນໄລຍະປະຕິບັດແຜນ ພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14,ຈະຊຸກຍູ້້ການສຶກສາດ້ານ ວິຊາການເມືອງແນວຄິດໃຫ້ພັດທະນາດ້ວຍຄຸນນະພາບສູງຢ່າງຮອບດ້ານຈາກ ດ້ານການປັບປຸງລະບົບວິຊາໃຫ້ສົມບູນ ການສ້າງຖັນແຖວຄູອາຈານທີ່ເຂັ້ມແຂງ ການຊຸກຍູ້ການພັດທະນາຢ່າງສະໝ່ຳສະເໝີກັນແລະອື່ນໆ.

ຄຳ​ເຫັນ

0