李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ອົງ​ການ FED ອາ​ເມ​ຣິ​ກາ​ກ່າວ​ວ່າ, ຕ້ອງ​ການ​ເວ​ລາ​ຍາວ​ນານກວ່າ​ທີ່​ຄາດ​ການ​ໄວ້ ໄພເງິນ​ເຟິ້​ຈຶ່ງ​ຈະຫຼຸດ​ຕ່ຳ​ລົງ

2022-03-17 11:11:00 cri

ວັນ​ທີ 16 ມີ​ນານີ້​ຕາ​ມ​ເວ​ລາ​ທ້ອງ​ຖິ່ນ, ຄະ​ນະ​ກຳ​ມະ​ການ​ຕະ​ຫຼາດ​ເປີດ​ເຜີຍ​ຂອງ​ອົງ​ການ FED ເຊິ່ງ​ເປັນ​ທະ​ນາ​ຄານ​ກາງ​ຂອງ​ອາ​ເມ​ຣິ​ກາ ໄດ້​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ນະ​ໂຍ​ບາຍ ໂດຍ​ປະ​ກາດ​ວ່າ: ຈະ​ຍົກ​ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ​ໃຫ້​ສູງ​ເຖິງ​ລະ​ຫວ່າງ 0,25%-0,5%. ຂະ​ນະ​ດຽວ​ກັນ, ອົງ​ການ FED ຍັງ​ໄດ້​ສົ່ງ​ສັນ​ຍານ​ໃນ​ມື້​ດຽວ​ກັນ​ວ່າ, ຄາດ​ວ່າ ປີນີ້ ຍັງ​ຈະ​ຍົກ​ອັດ​ຕາ​ດອກ​ເບ້ຍ​ໃຫ້​ສູງ​ຂຶ້ນ​ອີກ 6 ຄັ້ງ​, ບຸກ​ຄົນ​ໃນ​ຕະຫຼາດ​ມີ​ຄວາມ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ ເມື່ອ​ຮອດ​ທ້າຍ​ປີນີ້, ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ ອາດ​ຈະ​ສູງ​ເຖິງ 1,9%.

ທ່ານ ເຈ​ໂຣມ ປາວ​ແວວ ປະ​ທານ​ອົງ​ການ FED ກ່າວ​ວ່າ: “ອາດ​ຈະ​ຕ້ອງ​ການ​ເວ​ລາ​ຍາວ​ນານກວ່າ​ທີ່​ຄາດ​ການ​ໄວ້, ໄພ​ເງິນ​ເຟີ້​ຈຶ່ງ​ຈະ​ສາ​ມາດ​ຟື້ນ​ຟູ​ເຖິງ​ລະ​ດັບ 2% ເຊິ່ງ​ເປັນ​ເປົ້າ​ໝາຍ​ຂອງ​ລາ​ຄາ​ສິນ​ຄ້າ​ທີ່​ໝັ້ນ​ທ່ຽງ.” ທ່ານ​ກ່າວ​ຕື່ມ​ວ່າ, ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ຕະຫຼາດ​ເປີດ​ເຜີຍ​ຄາດ​ການ​ວ່າ, ລະ​ດັບ​ກາງ​ຂອງ​ໄພ​ເງິນ​ເຟີ້​ໃນ​ປີນີ້​ແມ່ນ 4,3%.

ຄຳ​ເຫັນ

0