郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຕາງ​ໜ້າ​ຖາ​ວອນ​ຈີນ​ບັນ​ຍາຍ​ເຈດ​ຈຳ​ນົງ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ຢ່າງ​ຮອບ​ດ້ານ​ໃນ​ກອງ​ປະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ

2022-03-18 16:50:40 cri

ວັນ​ທີ15ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ເຊີນ​ຊີ້ວ ຜູ້​ຕາງ​ໜ້າ​ຖາ​ວອນ​ປະ​ເທດ​ຈີນ​ປະ​ຈຳ​ ອົງ​ການສະ​ຫະ​ປະ​ຊາ​ຊາດ​ທີ່ສຳ​ນັກ​ງານ​ເຊີ​ແນວ​ປະ​ເທດ​ສະ​ວິດສ​ ໄດ້ບັນ​ຍາຍ​ເຈດ​ຈຳ​ນົງ​ດ້ານສິດ​ທິ​ມະ​ນຸດ​ຂອງ​ຈີນ​ຢ່າງ​ຮອບ​ດ້ານ​ໃນ​ກອງ​ປະ​ຊຸມ​​ຄັ້ງ​ທີ49ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​​​ສະ​ຫະ​ປະ​ຊາ​ຊາດ​ພາຍ​ໃຕ້​ຫົວ​ຂໍ້“ຊຸກ​ຍູ້​ແລະ​ປ້ອງ​ກັນ​ສິດ​ທິ​ມະ​ນຸດ​ຂອງ​ໝົດ​ທຸກ​ຄົນ”,​ພ້ອ​ມ​ທັງ​ອະ​ທິ​ບາຍ​ຄວາມ​ໝາຍ​ສຳ​ຄັນ​ແຫ່ງ​ການ​ພັດ​ທະ​ນາ​ທົ່ວ​ໂລກ.

ທ່ານເຊີນ​ຊີ້ວກ່າວ​ວ່າ: ປະ​ຊາ​ຊົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ຜາ​ສຸກ​ເປັນ​ສິ​ດ​ທິ​ມະ​ນຸດ​ໃຫຍ່ກວ່າ​ໝູ່, ບັນ​ດາ​ປະ​ເທດ​ຄວນ​ຍຶດ​ໝັ້ນ​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ,ອີງ​ຕາມ​ສະ​ພາບ​ແຫ່ງ​ຊາດ​ແລະ​ຄວາມ ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ, ​ເພີ່ມ​ຕື່ມ​ສິດ​ດ້ານ​ເສ​ດ​ຖະ​ກິດ,ການ​ເມືອງ,ສັງ​ຄົມ,ວັດ​ທະ​ນະ​ທຳ​ແລະ​ສິ່ງ​ແວດ​ລ້ອມຂອງ​ປະ​ຊາຊົນ​ທົ່ວ​ປະ​ເທດຢ່າງ​ປະ​ສານ​ສົມ​ທົບ​ກັນ,ຊຸກ​ຍູ້​ການ​ພັດ​ທະ​ນາ​ຮອບ​ດ້ານ​ຂອງ​ມະ​ນຸດ,ເພີ່ມ​ທະ​ວີ​ຄວາມ​ຮູ້​ສຶກ​ທີ່​ໄດ້​ຮັບ,ໄດ້​ຄວາມ​ຜາ​ສຸກ​ແລະ​ຮູ້​ສຶກ​ປອດ​ໄພ​ຂອງ​ປະຊາ​ຊົນ​ຢ່າງ​ບໍ່​ຢຸດຢັ້ງ.ສິດ​ທິ​ມະ​ນຸດ​ຂອງ​ປະ​ຊາ​ຊົນ​ບໍ່​ຄວນ​ພົ້ນ​ອອກ​ຈາກ​ເງື່ອ​ນ​ໄຂ​ດ້ານ​ສັງ​ຄົມ​,​ການ​ເມືອງ,ຄວາມ​ເປັນ​ມູນ​ເຊື້ອ​ດ້ານ​ປະ​ຫວັດ​ສາດ​ແລະ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຕ່າງໆ. ການ​ພັດ​ທະ​ນາ​ແມ່ນ​ພື້ນ​ຖາ​ນ​ທີ່​ໃຫ້​ປະ​ຊາ​ຊົນ​ມີ​ສິດ​ທິ​ມະ​ນຸດ​ໄດ້.

ຜູ້​ຕາງ​ໜ້າ​ຖາ​ວອນ​ຈີນ​ບັນ​ຍາຍ​ເຈດ​ຈຳ​ນົງ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ຢ່າງ​ຮອບ​ດ້ານ​ໃນ​ກອງ​ປະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ_fororder_833714875

 

ຄຳ​ເຫັນ

0