吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາຕ່ຳອາເມຣິກາຮັບຮອງເອົາຍັດຕິເພື່ອຍຸດຕິການພົວພັນການຄ້າທີ່ເປັນປົກກະຕິກັບຣັດເຊຍ ແລະ ເບລາຣຸດຊີ

2022-03-18 10:43:07 CRI

ສະພາຕ່ຳອາເມຣິກາຮັບຮອງເອົາຍັດຕິເພື່ອຍຸດຕິການພົວພັນການຄ້າທີ່ເປັນປົກກະຕິກັບຣັດເຊຍ ແລະ ເບລາຣຸດຊີ_fororder_截图录屏_选择区域_20220318102323


   ວັນທີ 17 ມີນານີ້, ສະພາຕ່ຳອາເມຣິກາໄດ້ຮັບຮອງເອົາຍັດຕິສະບັບໜຶ່ງດ້ວຍຜົນ 424 ບັດເຫັນດີ ແລະ 8 ບັດຄັດຄ້ານ ເພື່ອຍຸດຕິການພົົວພັນການຄ້າທີ່ເປັນປົກກະຕິກັບຣັດເຊຍ ແລະ ເບລາຣຸດຊີ.


   ຍັດຕິສະບັບນີ້ຈະຍົກສູງລະດັບພາສີສິນຄ້າທີ່ມາຈາກຣັດເຊຍ ແລະ ເບລາຣຸດຊີ ພ້ອມທັງມອບສິດໃຫ້ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາທີ່ສ່ັງໃຫ້ເກັບພາສີເຂັ້ມງວດກວ່າເກົ່າຕໍ່ສິນຄ້າທີ່ນຳເຂົ້າຈາກຣັດເຊຍ ແລະ ເບລາຣຸດຊີ.

ຄຳ​ເຫັນ

0