ຈີນ​ກ່າວ​ວ່າ, ອາ​ເມ​ຣິ​ກາ​ຄວນ​ຍຸດ​ຕິ​ການ​ໃຊ້​ຄວາມ​ກົດ​ດັນ​ຕໍ່​ວິ​ສາ​ຫະ​ກິດ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ​ໃນ​ທັນ​ທີ

2022-03-18 10:54:50 CRI

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍກະຊວງການຄ້າຈີນໃນວັນທີ 17 ມີນານີ້, ມີນັກຂ່າວຖາມວ່າ: ຄະນະກຳມະການສື່ສານສະຫະລັດອາເມຣິກາ ຫຼື FCC ໄດ້ຍົກເລີກໃບອະນຸຍາດທຸລະກິດໂທລະຄົມເລກທີ 214 ໃນເຄືອຂ່າຍໂທລະຄົມທົ່ວອາເມຣິກາ ຫຼື ComNet ຂອງບໍລິສັດເຄືອຂ່າຍປາຊິຟິກຈີນ ພ້ອມດ້ວຍສາຂາບໍລິສັດທີ່ລົງທຶນຝ່າຍດຽວ. ຂໍຖາມວ່າ ກະຊວງການຄ້າມີຄວາມເຫັນແນວໃດ?

ຕໍ່ກັບເລື່ອງນີ້, ທ່ານ ກ່າວເຟິ່ງ ໂຄສົກກະຊວງການຄ້າຈີນກ່າວວ່າ: “ທັງນີ້ແມ່ນຄືກັນກັບການກະທຳຂອງຄະນະກຳມະການສື່ສານສະຫະລັດອາເມຣິກາທີ່ປະຕິບັດຕໍ່ວິສາຫະກິດໂທລະຄົມອື່ນໆຂອງຈີນໃນເມື່ອກ່ອນ. ອາເມຣິກາຄວນຍຸດຕິການໃຊ້ຄວາມກົດດັນຕໍ່ວິສາຫະກິດຈີນຢ່າງໄຮ້ເຫດຜົນໃນທັນທີ, ຍຸດຕິການກະທຳອັນຜິດພາດທີ່ເຮັດໃຫ້ບັນຫາເສດຖະກິດການຄ້າຫັນເປັນການເມືອງໃນທັນທີ, ແລະສ້າງສະພາບແວດລ້ອມດ້ານຕະຫຼາດທີ່ຍຸຕິທຳ ແລະ ມີຄວາມໝັ້ນທ່ຽງໃຫ້ກັບວິສາຫະກິດຂອງປະເທດຕ່າງໆ ເຊິ່ງລວມທັງປະເທດຈີນ ເພື່ອດຳເນີນການທຸລະກິດຢູ່ອາເມຣິກາ. ຝ່າຍຈີນຈະນຳໃຊ້ມາດຕະການທີ່ຈຳເປັນ ເພື່ອປົກປ້ອງສິດທິຜົນປະໂຫຍດທີ່ຊອບທຳຂອງວິສາຫະກິດຈີນຢ່າງເດັດດ່ຽວ.