覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດກອງປະຊຸມວ່າດ້ວຍບັນຫາທີ່ອາເມຣິກາ ການາດາແລະອົສຕຣາລີລະເມີດສິດທິມະນຸດຊາວເຜົ່າພື້ນເມືອງ

2022-03-19 15:16:48 CRI

ຈັດກອງປະຊຸມວ່າດ້ວຍບັນຫາທີ່ອາເມຣິກາ ການາດາແລະອົສຕຣາລີລະເມີດສິດທິມະນຸດຊາວເຜົ່າພື້ນເມືອງ_fororder_侵犯人权
 

ວັນທີ 18 ມີນານີ້, ໃນໄລຍະຈັດກອງປະຊຸມສະພາສິດທິມະນຸດອົງການ ສະຫະປະຊາຊາດຄັ້ງທີ 49, ຈີນ ແລະເວເນຊູແອລາ ໄດ້ຮ່ວມກັນຈັດກອງ ປະຊຸມໃນຫົວຂໍ້ “ອາເມຣິກາ ການາດາແລະອົສຕຣາລີໄດ້ລະເມີດສິດທິມະນຸດ ຊາວເຜົ່າພື້ນເມືອງຢ່າງເປັນລະບົບ”ຜ່ານທາງວິດີໂອຢູ່ເຊີແນວ ປະເທດສວິສ. ເຈົ້າຫນ້າທີ່ການທູດປະຈຳເຊີແນວ, ຜູ້ຕາງຫນ້າອົງການຈັດຕັ້ງທີ່ ບໍ່ແມ່ນລັດຖະບານ, ຜູ້ຊ່ຽວຊານ, ນັກຂ່າວ ແລະອື່ນໆລວມທັງຫມົດ 150 ກວ່າຄົນໄດ້ເຂົ້າຮ່ວມກອງປະຊຸມທາງອ໋ອນລາຍ.
 

ທ່ານຈຽງຕ່ວນ ຄະນະຜູ້ຕາງຫນ້າຖາວອນຂອງຈີນປະຈຳ ອົງການສະຫະປະຊາຊາດທີ່ເຊີແນວໄດ້ແນະນຳໃຫ້ຮູ້ກ່ຽວກັບ“ເລື່ອງຈິງໃນປະ ຫວັດສາດແລະຫລັກຖານຕົວຈິງກ່ຽວກັບອາເມຣິກາດັບສູນເຊື້ອຊາດຊາວອິນ ເດຍແດງ”ເຊິ່ງກະຊວງການຕ່າງປະເທດຈີນໄດ້ເຜີຍແຜ່ໃນຫວ່າງມໍ່ໆມານີ້.  ປັດຈຸບັນ, ຊາວເຜົ່າພື້ນເມືອງຢູ່ອາເມຣິກາ ການາດາແລະອົສຕຣາລີ ຍັງຄົງ ປະເຊີນກັບການຖືກຈຳແນກເຊື້ອຊາດຜິວພັນຢ່າງກວ້າງຂວາງ, ເປັນລະບົບ ແລະບໍ່ສະເຫມີພາບ. ອາເມຣິກາ, ການາດາ ແລະອົສຕຣາລີຄວນເອົາໃຈໃສ່ ທົບທວນຄືນຄວາມຜິດຂອງຕົນ, ດຳເນີນການສືບສວນແລະທາວຫາຄວາມ ຮັບຜິດຊອບຕໍ່ອາຊະຍາກຳໃນການລະເມີດສິດທິມະນຸດຊາວເຜົ່າພື້ນເມືອງ.
 

 ທີ່ປະຊຸມຍັງໄດ້ສາຍຟີມສາລະຄະດີເລື່ອງ “ຄວາມຄຽດຊັງຈາກການ ດັບສູນເຊື້ອຊາດ”ເຊິ່ງມີເນື້ອໃນກ່ຽວກັບອາເມຣິກາປະຕິບັດການດັບສູນເຊື້ອ ຊາດຊາວອິນເດຍແດງ.

ຄຳ​ເຫັນ

0