黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປຶກ​ສາ​ຫາ​ລື​ບັນ​ຫາ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ອາ​ເມ​ຣິ​ກາ​ຢູ່​ອູ​ແກຼນອີກ​ຄັ້ງ​ໜຶ່ງ

2022-03-19 14:38:58 cri

ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປຶກ​ສາ​ຫາ​ລື​ບັນ​ຫາ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ອາ​ເມ​ຣິ​ກາ​ຢູ່​ອູ​ແກຼນອີກ​ຄັ້ງ​ໜຶ່ງ_fororder_562c11dfa9ec8a134490277845c69d85a2ecc0eb

ໃນ​ກອງ​ປະ​ຊຸມ​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມີ​ນາ​ນີ້, ທ່ານ​ຈ່າງ​ຈຸ່ນ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: ​ຂໍ້​ມູນ​ໃດໆທີ່​ກ່ຽວ​ພັນ​ເຖິງ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຊີ​ວະ​ພາບ​ລ້ວນ​ແຕ່​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ແລະ​ໃຫ້​ຄວາມ​ສຳ​ຄັນ​ໃນລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ, ຝ່າຍ​ທີ່​ກ່ຽວ​ຂ້ອງ​​ຄວນ​ຕອບ​ສະ​ໜອງ​ກັບຄວາມ​ລະ​ແວງ​ສົງ​ໄສ​ຂອງ​ປະ​ຊາ​ຄົມ​ໂລກ​​ແລະ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງຢ່າງ​ຮອບ​ດ້ານ​ແລະ​ທັນ​ເວ​ລາ, ເພື່ອ​​ລຶບ​ລ້າງຄວາມ​ເປັນ​ຫ່ວງ​ຂອງ​ປະ​ຊາ​ຄົມ​ໂລກ.

ທ່ານ​ຈ່າງ​ຈຸ່ນ ກ່າວ​ວ່າ: ຈີນ​ມີ​ຈຸດ​ຢືນ​ເກືອດ​ຫ້າມ​ແລະ​ທຳ​ລາຍ​ອາ​ວຸດ​ລ້າງ​ຜານ​ຂະ​ໜາດ​​ໃຫຍ່​ທັງ​ໝົດ​ລວມ​ທັງ​ອາ​ວຸດ​ຊີ​ວະ​ພາບ​ແລະ​ອາ​ວຸດ​ເຄ​ມີ ຢ່າງ​ຮອບ​ດ້ານ​ແລະ​ເຖິງ​ຖອງ​, ເດັດ​ດ່ຽວ​ຄັດ​ຄ້ານ​ປະ​ເທດ​ໃດໆ​ຄົ້ນ​ຄວ້າ, ​ພັດ​ທະ​ນາ, ມີ​ໄວ້​ໃນ​ຄອງ​ຫຼື​ນຳ​ໃຊ້​ອາ​ວຸດ​ຊີ​ວະ​ພາບ​ແລະ​ອາ​ວຸດ​ເຄ​ມີ​ບໍ່​ວ່າ​ໃນ​ສະ​ພາບ​ການ​ໃດ​ກໍ​ຕາມ, ຈີນ​​ເລັ່ງ​ທວງ​ໃຫ້​ປະ​ເທດ​ທີ່​ຍັງ​ບໍ່​ທັນ​ໄດ້​ທຳ​ລາຍ​ອາ​ວຸດ​ເຄ​ມີ​​ທີ່​ມີ​ຢູ່​ໃນ​ສາງ​ນັ້ນສຳ​ເລັດ​ວຽກ​ງານ​ທຳ​ລາຍ​ອາ​ວຸດ​ເຄ​ມີ​ໂດຍ​ໄວ. ການ​ປະ​ຕິ​ບັດ​ຕາມ “ສົນ​ທິ​ສັນ​ຍາ​ເກືອດ​ຫ້າມ​​ອາ​ວຸດ​ຊີ​ວະ​ພາບ” ແມ່ນ​ພັນ​ທະ​ຂອງ​ທຸກປະ​ເທດ​ທີ່​ລົງ​ນາມ​ໃນ​ສັນ​ຍາ​ດັ່ງ​ກ່າວ. ຈີນ​ຮຽກ​ຮ້ອງ​ໃຫ້​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອສ້າງ​ກົນ​ໄກ​ກວດ​ສອບ​ຕາມ “ສົນ​ທິ​ສັນ​ຍາ​​ເກືອດຫ້າມ​ອາ​ວຸດ​ຊີ​ວະ​ພາບ” ໂດຍ​ໄວ, ນີ້​ຈະ​ມີ​ຜົນ​ດີ​ຕໍ່​ກາ​ຍົກ​ສູງ​ລະ​ດັບ​ຄວາມໝັ້ນ​ຄົງ​ດ້ານ​ຊີ​ວະ​ພາບ​ຂອງ​ໂລກ.

ຄຳ​ເຫັນ

0