何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ຜ່ານ​ຜ່າ “ກັບ​ດັກ​ຮິວ​ຊີ​ດີ​ເດັ​ສ”

2022-03-20 18:35:35 CRI

ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ຜ່ານ​ຜ່າ “ກັບ​ດັກ​ຮິວ​ຊີ​ດີ​ເດັ​ສ”_fororder_1f2d535457eb4e99bd32e8aeb28345dc

ຕອນ​ຄ່ຳ​ວັນ​ທີ 18 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປ​ະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ກັ​ບ​ທ່ານ​ໂຈ ໄບ​ເດັນ ປ​ະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຜ່ານ​ທາງວີ​ດີ​ໂອ. ນີ້​ແມ່ນ​ປະ​ມຸກ​ລັດ​ສອງ​ປະ​ເທດ​ຈີນ ແລະ ອາ​ເມ​ຣິ​ກາ​ຈັດ​ການ​ສົນ​ທະ​ນາ​ທາງວີ​ດີ​ໂອ​ອີກ​ຄັ້ງ​ໜຶ່ງຫຼັງ​ຈາກ​ເດືອນ​ພະ​ຈິກ​ປີ 2021 ທີ່​ຜ່ານ​ມາ.

ປັດ​ຈຸ​ບັນ​ນີ້, ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ກາ​ນ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ, ​ການຂະ​ຫຍາ​ຍ​ຕົວ​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ​ຈີນ-ອາ​ເມ​ຣິ​ກາ​ຈະ​ໄປ​ຕາມກົດ​ເກນ “ກັບ​ດັກ​ຮິວ​ຊີ​ດີ​ເດັ​ສ”​ຫຼືບໍ່?

“ກັບ​ດັກ​ຮິວ​ຊີ​ດີ​ເດັ​ສ”, ​ມີເຄົ້າ​ມາ​ຈາກ​ທ່ານ ຮິວ​ຊີ​ດີ​ເດັ​ສ ນັກ​ປະ​ຫວັດ​ສາດ ​ທີ່​ມີ​ຊື່​ສຽງ​ຂອງ​ປະ​ເທດ​ເກຼັກ​ບູ​ຮານ, ທ່ານ​ເຫັນ​ວ່າ: ໃນ​ກໍ​ລະ​ນີ​ທີ່​ປະ​ເທດ​ໃຫຍ່​​ພວມ​ເຂັ້ມ​ແຂງ​ຂຶ້ນແລະ​ແຂ່ງ​ຂັນ​ກັບ​ເຈົ້າ​ອຳ​ນາດ​ທີ່​ມີ​ຢູ່​ແລ້ວ​ນັ້ນ, ສອງ​ຝ່າຍ​ຈະ​ປະ​ເຊີນ​ກັບ​ໄພ​ອັນ​ຕະ​ລາຍ​ທີ່​ຈະ​ເກີດ​ສົງ​ຄາມ​ໃນ​ທີ່​ສຸດ.

ອັນ​ທີ່​ເອີ້ນ​ວ່າ“ກົດ​​ເຫຼັກ” ​ໃນ​ການ​ພົວ​ພັນ​ສາ​ກົນ​ນີ້, ໄດ້​ກາຍ​ເປັນ​ຖ້ອຍທຳ​ນອງຫຼັກ​ໃນຖ້ອຍ​ຄວາມ​​ທີ່​ວ່າ “ຈີນ​ເປັນ​ໄພ​ຂົ່ມ​ຂູ່” ໃນ​ຊຸ​ມ​ປີ​ມໍ່ໆ​ມາ​ນີ້. ບາງ​ຄົນ​ມັກ​ເບິ່ງ​ຈີນ​ດ້ວຍ​ຄວາມ​ເຫັນທີ່​ເປັນ​ອະ​ຄະ​ຕິ, ໂດຍ​ເຫັນ​ວ່າ: ເມື່ອ​ຈີນ​ພັດ​ທະ​ນາ​ເຂັ້ມ​ແຂງ​ຂຶ້ນ​ແລ້ວ​ຈະ​ກາຍ​ເປັນ “ໄພ​ຂົ່​ມ​ຂູ່” ຢ່າງ​ແນ່ນອນ. ວັນ​ທີ 22 ກັນ​ຍາ​ປີ 2015, ທ່ານ​ສີ​ຈິ້ນ​ຜິງ ປ​ະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ລ້ຽງ​ຮັບ​ຮອງທີ່​ນະ​ຄອນ​ຊີ​ອາ​ໂຕ ປະ​ເທດ​ອາ​ເມ​ຣິ​ກາ ໂດຍ​ຊີ້​ອອກວ່າ: ນັບແຕ່​ເດີມ​ມາແລ້ວຢູ່ໃນ​ໂລກ​ນີ້​ບໍ່​ມີ ​ອັນ​ທີ່​ເອີ້ນ​ວ່າ“​ກັບ​ດັກ​ຮິວ​ຊີ​ດີ​ເດັ​ສ”​, ແຕ່​ເມື່ອ​ເກີດ​ມີ​ການ​ວິ​ນິດ​ໄ​ສ​ໄປ​ໃນ​ທາງ​ຍຸດ​ທະ​ສາດ​ທີ່​ຜິດ​ພາດ​ລະ​ຫວ່າງ​ປະ​ເທດ​ໃຫຍ່​ຄັ້ງ​ແລ້ວ​ຄັ້ງເລົ່າ, ກໍ​ອາ​ດ​ຈະ​ສ້າງ “​ກັບ​ດັກ​ຮິວ​ຊີ​ດີ​ເດັ​ສ” ໃຫ້​ກັບ​ຕົນ​ເອງ, “ຄຳ​ວິ​ນິດ​ໄສ​ທີ່​ວ່າ: ປະ​ເທດ​ເຂັ້ມ​ແຂງ​ຈະ​ຕ້ອງສະ​ແຫວງ​ຫາ​ຄວາມ​ເປັນ​ເຈົ້າ​ອຳ​ນາດ​ຢ່າງ​ແນ່ນອນ​ນັ້ນ ແມ່ນ​ບໍ່​ເໝ​າ​ະສົມ​ກັບ​ຈີນ.”

ກົງ​ກັນ​ຂ້າມ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີໃຫ້​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ໂດຍ​ມີ​ຄວາມ​ໝາຍ​ພື້ນ​ຖານ​ຄື: ສົ່ງ​ເສີມຄວາມຫຼາກຫຼາຍ​ຂອງ​ໂລກ, ຄັດ​ຄ້ານ​ການ​ຖື​ເອົາ​ເຄົ້າ​ດຽວ​ເປັນຫຼັກ, ​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາ​ບ​ລະ​ຫວ່າງ​ປະ​ເທດ ຄັດ​ຄ້ານ​ເຈົ້າ​ອຳ​ນາດ, ​ສົ່ງ​ເສີມ​ໃຫ້​ອະ​ລິ​ຍະ​ທຳ​ຕ່າງໆ​ແລກ​ປ່ຽນ​​ແລະ​ຖອດ​ຖອນບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ ແຕ່​ຄັດ​ຄ້ານ​ການ​ປະ​ທະ​ກັນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ຕ່າງໆ, ​ສົ່ງ​ເສີມການ​ພັດ​ທະ​ນາ​ແບບກວມ​ລວມ ແຕ່​ຄັດ​ຄ້ານ​ການ​ຖື​ເອົາ​ປະ​ເທດ​ຕາ​ເວັນ​ຕົກ​ເປັນ​ໃຈ​ກາງ, ​ສົ່ງ​ເສີມແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ການໃຫ້​ຜົນ​ປະ​ໂຫຍດ​ຢ່າງ​ທົ່ວ​ເຖິງ, ແຕ່​ຄັດ​ຄ້ານ​ຜູ້​ຊະ​ນະ​ຄວ້າ​ເອົາ​ຜົນ​ປະ​ໂຫຍດ​ທຸກ​ຢ່າງ.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈີນ​ຊຸກ​ຍູ້ການ​ຮ່ວມ​ມື​ທີ່ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ລິ​ເລີ່ມສ້າງ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB, ກອງ​ທຶນ​ເສັ້ນ​ທາງ​ສາຍ​ໄໝ, ທະ​ນາ​ຄານ​ພັດ​ທະ​ນາໃໝ່​ຂອງ​​ກຸ່ມປະ​ເທດບ​ຣິກ​ສ ແລະ​ເວ​ທີ​ດ້ານ​ລະ​ບຽບ​ການ​ແບບ​ໃໝ່​ອື່ນໆ, ເຂົ້າ​ເປັນ​ປະ​ເທດ​ພາ​ຄີ​ໃນ​ສົນ​ທິ​ສັນ​ຍາ​ສາ​ກົນ​​ວ່າ​​ດ້ວຍການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ແລະ ຄວາມ​ປອດ​ໄພ​ດ້ານ​ລະ​ບົບ​ນິ​ເວດ​ລວມ 60 ກວ່າ​ສະ​ບັບ ເຊິ່ງ​ລວມ​ທັງ “ສົນ​ທິ​ສັນ​ຍາ​ຂອບ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​​ດິ​ນ​ຟ້າ​ອາ​ກາດ​ຂອງ​ອົງ​ການ​​ສະ​ຫະ​ປະ​ຊາ​ຊາດ”, “ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ຄວາມຫຼາກຫຼາຍ​ຂອງ​ຊີ​ວະ​ນາ​ນາ​ພັນ”, “ສັນ​ຍາ​ປາ​ຣີ” ແລະ​ອື່ນໆ, ເຊິ່ງ​ລ້ວ​ນ​ແຕ່​ເປັນ​ການປະ​ຕິ​ບັດ​ທັດ​ສະ​ນະ​ດັ່ງ​ກ່າວ​ດ້ວຍ​ພຶດ​ຕິ​ກຳ​ຕົວ​ຈິງ.

ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່​ແມ່ນ​ເນັ້ນ​ໜັກ​ເຖິງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ແຕ່​ບໍ່​ແມ່ນ​ແນວ​ຄິດ​ເກມ​ຜົນ​ລວມ​ເປັນ​ສູນ. ເມື່ອ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ ເຊັ່ນ: ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຂອງ​ໂລກ, ການ​ຂາດ​ແຄນ​ຊັບ​ພະ​ຍາ​ກອນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ແລະ​ອື່ນໆ, ບໍ່​ວ່າ​ປະ​ເທດ​ໃດ​ກໍ​ບໍ່​ສາ​ມາດ​ຢູ່​ລອດ​ດ້ວຍ​ຕົນ​ເອງ​ຜູ້​ດຽວ​ໄດ້. ຄວາມ​ໝາຍ​ອັນ​ຕັ້ງ​ໜ້າ​ຂອງທັດ​ສະ​ນະ“ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ” ​ທີ່​ມີ​ຕໍ່​ບຸກ​ຄົນ, ປະ​ເທດ ແລະ ການ​ບໍ​ລິ​ຫານ​ທົ່ວ​ໂລກ​ນັ້ນ ພວມ​ກາຍ​ເປັນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປ​ະ​ຊາ​ຄົມ​ໂລກ.

 

 

ຄຳ​ເຫັນ

0