秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຫະພາບເອີຣົບລົງໂທດຣັດເຊຍ ຈະພາໃຫ້ເກີດມີຜົນກະທົບທີ່ຕ່າວປີ້ນບໍ່ໄດ້

2022-03-20 11:59:16 cri

ວັນ​ທີ 19 ມີ​ນາ​ນີ້, ທ່ານ​ເຊີ​ເກ ລາ​ຟ​​ຣົ​ຟ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ: ຫວັງ​ວ່າ​ການ​ເຄື່ອນ​ໄຫວ​ທາງການ​ທະ​ຫານພິ​ເສດ​ໃນ​ຄັ້ງ​ນີ້ ຈະ​ສາ​ມາດ​ສິ້ນ​ສຸດ​ລົງ ດ້​ວຍ​ການ​ເຊັນ​ສັນ​ຍາ​ວ່າ​ດ້ວຍຖາ​ນະ​ເປັນ​ກາງ​ຂອງ​ອູ​ແກ​ຣນ ພາຍ​ໃຕ້​ກາ​ນ​ຮັບ​ປະ​ກັ​ນ​ຄວາມ​ໝັ້ນ​ຄົງ​ຂອງ​ອູ​ແກ​ຣນ.

ທ່ານລາ​ຟ​​ຣົ​ຟ ຍັງ​ກ່າວ​ຕື່ມ​ອີກວ່າ: ພວກ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ຊຸກ​ຍູ້​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ຜ່ອນ​ຄາຍ​ສາຍ​ພົວ​ພັນ​ກັບ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ, ພວກ​ຂ້າ​ພະ​ເຈົ້າ​ຈະ​ລໍ​ຖ້າ​ເບິ່ງ​ເຂົາ​ເຈົ້າ​ຈະຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​​ຄວາມ​ເຄັ່ງ​ຕຶງ​ທີ່​ສ້າງ​​ຂຶ້ນດ້ວຍ​ຕົນ​ເອງ​ແນວ​ໃດ.

ມື້​ດຽວ​ກັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​​ກໍກ່າວ​ວ່າ: ​ສະ​ຫະ​ພາບ​ເອີ​ຣົບ​ປະ​ກາດ​ການ​ເຮັດ “ສົງ​ຄາມ​ດ້ານ​ການ​ເງິນ ແລະ​ເສດ​ຖະ​ກິດ​ຮອບ​ດ້ານ” ກັບ​ຣັດ​ເຊຍ ຈະ​ພາ​ໃຫ້​ເກີດ​ມີ​ຜົນ​ກະ​ທົບ​ຕ່າງໆທີ່​ຕ່າວ​ປີ້ນ​ບໍ່​ໄດ້.

ນອກ​ນີ້, ການ​ເຈ​ລະ​ຈາ​ຜ່ານ​ທາງວິ​ດີ​ໂອ​ລະ​ຫວ່າງ​ຣັດ​ເຊຍ ກັບ​ອູ​ແກ​ຣນ​ຍັງສືບ​ຕໍ່​ດຳ​ເນີນ​ຢູ່. ປັດ​ຈຸ​ບັ​ນ, ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັ​ນ​ກ່ຽວ​ກັບ​ການ​ເປີດ 10 ຊ່ອ​ງ​ທາງ​​ເພື່ອມະ​ນຸດ​ສະ​ທຳ.

ຄຳ​ເຫັນ

0