蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນມີຈຸດຢືນພາວະວິໄສແລະເປັນທຳໃນບັນຫາອູແກຣນ ແລະ ຈະຢືນຢູ່ຄຽງຂ້າງຂອງຄວາມຖືກຕ້ອງທາງປະຫວັດສາດ

2022-03-20 15:36:11 CRI

ຕອນຄ່ຳວັນທີ 19 ມີນານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວຢູ່ແຂວງອ່ານຮຸຍຈີນ ໂດຍໄດ້ ແນະນຳກ່ຽວກັບປະມຸກລັດສອງປະເທດຈີນ-ອາເມຣິກາໄດ້ສົນທະນາກັນຜ່ານທາງວິດີ ໂອ ເພື່ອແລກປ່ຽນຄວາມເຫັນກ່ຽວກັບບັນຫາອູແກຣນ.
ທ່ານຫວາງຢີ້ກ່າວວ່າ, ທ່ານປະທານສີຈິ້ນຜິງ ໄດ້ບັນຍາຍຫຼັກໝັ້ນຂອງຈີນຢ່າງ ຈະແຈ້ງ ແລະຮອບດ້ານ ກ່ຽວກັບບັນຫາອູແກຣນ ພ້ອມທັງໄດ້ສົ່ງສັນຍານສຳຄັນ ທີ່ສຸດຕໍ່ພາຍນອກ, ນັ້ນກໍຄື: ຈີນແມ່ນກຳລັງປົກປັກຮັກສາສັນຕິພາບຂອງໂລກ ຢ່າງສະເໝີຕົ້ນສະເໝີປາຍ. ຈີນມີຈຸດຢືນປົກປັກຮັກສາສັນຕິພາບ ແລະ ຄັດຄ້ານ ສົງຄາມຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງນີ້ບໍ່ພຽງແຕ່ໄດ້ຝັງເລິກຢູ່ໃນມູນເຊື້ອວັດທະນະ ທຳແລະປະຫວັດສາດຂອງຈີນເທົ່ານັ້ນ, ກໍແມ່ນນະໂຍບາຍການຕ່າງປະເທດຂອງຈີນ ຢ່າງສະເໝີຕົ້ນສະເໝີປາຍ.
ທ່ານຫວາງຢີ້ກ່າວເນັ້ນວ່າ: ທ່ານປະທານສີຈິ້ນຜິງຍັງໄດ້ສະເໜີແຜນການຂອງຈີນ ໃນການແກ້ໄຂວິກິດການອູແກຣນ. ໜ້າທີ່ຮີບດ່ວນທີ່ສຸດໃນປັດຈຸບັນກໍແມ່ນຝ່າຍ ຕ່າງໆຕ້ອງຮ່ວມກັນຊຸກຍູ້ໃຫ້ຝ່າຍທີ່ກ່ຽວຂ້ອງເຈລະຈາກັນ, ຢຸດຍິງແລະຢຸດຕິສົງຄາມ ໂດຍໄວ, ຫຼີກເວັ້ນບໍ່ໃຫ້ປະຊາຊົນເສຍຊີວິດແລະບາດເຈັບ, ໂດຍສະເພາະແມ່ນ ປ້ອງກັນບໍ່ໃຫ້ເກີດວິກິດການດ້ານມະນຸດສະທຳ. ແຜນການໄລຍະຍາວແມ່ນຕ້ອງ ປະຖິ້ມແນວຄິດສົງຄາມເຢັນ, ບໍ່ສ້າງກຸ່ມກ້ອນເພື່ອເປັນປໍລະປັກກັນ, ສ້າງໂຄງປະກອບຄວາມໝັ້ນຄົງໃນພາກພື້ນທີ່ດຸນດ່ຽງ, ມີປະສິດທິຜົນ ແລະ ຍືນຍົງ, ເຮັດແນວນີ້ຈິ່ງຈະສາມາດບັນລຸສັນຕິພາບຖາວອນຢູ່ແຜ່ນດິນໃຫຍ່ທະວີບເອີຣົບ.
ທ່ານຫວາງຢີ້ຍັງກ່າວຕື່ມວ່າ, ຈຸດຢືນຂອງຈີນມີຄວາມເປັນພາວະວິໄສແລະເປັນທຳ ໃນບັນຫາອູແກຣນ, ຄວາມປາຖະໜາຂອງຈີນກໍເປັນເອກະພາບກັນກັບປະເທດ ສ່ວນຫຼາຍ. ການເວລາຈະພິສູດໃຫ້ເຫັນວ່າ: ຈຸດຢືນຂອງຈີນແມ່ນຢືນຢູ່ຄຽງຂ້າງ ຂອງຄວາມຖືກຕ້ອງທາງປະຫວັດສາດ.

ຄຳ​ເຫັນ

0