蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ປະ​ເທດ​ພວມ​ພັດ​ທະ​ນາ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສົມ​ເຫດ​ສົມ​ຜົນ​ແລະ​ມີຫຼັກ​ໝັ້ນ​ທີ່​ຄ້າຍ​ຄື​ກັນ​ຕໍ່​ສະ​ຖາ​ນະ​ການ​ເອີ​ຣົບ​ໃນ​ປັດ​ຈຸ​ບັນ

2022-03-21 16:12:10 CRI

ວັນ​ທີ 20 ມີ​ນາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ແລະ​ທ່ານຣຳ​ຕາ​ເນ ລາ​ມາ​ມຣາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອານ​ເຊ​ລີ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວຫຼັງ​ຈາກ​ການ​ພົບ​ປະ​ກັນ.

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ​ການ​ຜັນ​ແປ​ຂອງວິ​ກິດ​ການ​ອູ​ແກ​ຣນ​ພວມ​ໄດ້​ລື່ນ​ກາຍ​ຂອບ​ເຂດ​ອູ​ແກ​ຣນ ແລະ ໄດ້​ກະ​ທົບ​ເຖິງ​ທົ່ວ​ໂລກ. ໃນ​ບັນ​ຫາ​ນີ້, ປະ​ເທດ​ ​ສ່ວນຫຼາຍ​ທີ່​ສຸດ​ໃນ​ໂລກ ເຊິ່ງ​ລວມ​ທັງ​ຈີນ​ແລະ​ປະ​ເທດ​ພວມ​ພັດ​ທະ​ນາ​ທັງຫຼາຍ ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສົມ​ເຫດ​ສົມ​ຜົນ ແລະ ມີຫຼັກ​ໝັ້ນ​ທີ່​ຄ້າຍ​ຄື​ກັນດັ່ງ​ຕໍ່​ໄປ​ນີ້:

​ໜຶ່ງ, ປະ​ເທດ​ສ່ວນ​ຫຼາຍ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ວິ​ທີ​ແກ້​ໄຂ​ບັນ​ຫາ​ເຄັ່ງ​ຮ້ອນໃນ​ພາກ​ພື້ນ​ແລະ​ສາ​ກົນ ບໍ່​ພຽງ​ແຕ່​ມີ​ສົງ​ຄາມ ແລະ ການ​ລົງ​ໂທດ​ເທົ່າ​ນັ້ນ, ການ​ສົນ​ທະ​ນາ​ແລະ​ເຈ​ລະ​ຈາ​ກັນ​ຈິ່ງ​ແມ່ນ​ຊ່ອງ​ທາງ​ແກ້​ໄຂ​ທີ່​ດີ​ທີ່​ສຸດ. ສອງ, ບໍ່​ຄວນ​ທຳ​ລາຍ​ທ່ວງ​ທ່າ​ຟື້ນ​ຄືນ​ຂອງ​ເສດ​ຖະ​ກິດ​ໂລກ, ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ບໍ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຈ່າຍ​ບິນ​ຕໍ່​ການ​ປະ​ທະ​ກັນ​​ຢູ່​ພາກ​ພື້ນ ແລະ ການ​ໂຕ້​ແຍ້ງ​ກັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່. ສາມ, ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ມີ​ສິດ​ຕັດ​ສິນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຕົນ​ຢ່າງ​ເປັນ​ເອ​ກະ​ລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ, ບໍ່​ຄວນ​ຖືກ​ບີບ​ບັງ​ຄັບ​ໃຫ້​ເລືອກ​ຝ່າຍ. ສີ່, ອະ​ທິ​ປະ​ໄຕ, ເອ​ກະ​ລາດ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ທຸກ​ປະ​ເທດ​ລ້ວນ​ແຕ່​ຄວນ​ໄດ້​ຮັບ​ການ​ເຄົາ​ລົບ​ໃນ​ທຸກ​ເວ​ລາ. ຫຼັກ​ການ​ນີ້​ບໍ່​ມີ​ການ​ຍົກ​ເວັ້ນ, ຍິ່ງ​ບໍ່​ຄວນ​ປະ​ຕິ​ບັດ​ສອງ​ມາດ​ຕະ​ຖານ.

ຄຳ​ເຫັນ

0