秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກຍີ່ປຸ່ນປຸກປັ່ນການດັດແກ້ລັດຖະທຳມະນູນອີກຄັ້ງໃໝ່

2022-03-21 11:31:26 cri

ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ​ຟູ​ມິ​ໂອ ກິ​ຊິ​ດະ, ນາ​ຍົກ​ລັດຖະ​ມົນ​ຕີ​ ທັງ​ເປັນ​ປ​ະ​ທານ​ພັກ​​ເສ​ລີປະ​ຊາ​ທິ​ປະ​ໄຕຍີ່​ປຸ່ນ​ກ່າວ​ວ່າ: ຈະ​ຕ້ອງ​ບັນ​ລຸ​ເປົ້າ​ໝາຍ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ​ໂດຍ​ໄວ ແລະ​ຈັດ​ກອ​ງ​ປ້ອງ​ກັນ​ຕົນ​ເອງ​ເຂົ້າ​ໃນ​ມາດ​ຕາ​ທີ 9 ຂອງ​ລັດ​ຖະ​ທຳ​ມະ​ນູນ.”

ນັກ​ວິ​ເຄາະ​ເຫັນ​ວ່າ: ທ່ານ ​ຟູ​ມິ​ໂອ ກິ​ຊິ​ດະ ໄດ້​ສວຍ​ໃຊ້​ສະ​ຖານ​ະ​ການ​ຣັດ​ເຊຍ-ອູ​ແກ​ຣນ ປ່າວ​​ໂຄ​ສະ​ນາ​ໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ໝັ້ນ​ຄົງ ເພື່ອຫາ​​ຊ່ອງທາງ​ໃຫ້​ກັບ​ການ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ ໂດຍ​ສະ​ເພາະ​ແມ່ນ​ມາດ​ຕາ​ທີ 9 ຂອງ​ລັດ​ຖະ​ທຳ​ມະ​ນູນ ເຊິ່ງ​ໄດ້​ລະ​ເມີດ​ຫາງ​ສຽງ​ທີ່​ຮັກຫອ​ມສັນ​ຕິ​ພາບ​ຈາກ​ປະ​ຊາ​ຄົມ​ໂລກ ກໍ​ຄື​ພາຍ​ໃນ​ປະ​ເທດ​ຍີ່​ປຸ່ນ ແລະ​ຈະ​ສ້າງ​ຜົນ​ກະ​ທົບ​ດ້ານ​ຄວາ​ມ​ໝັ້ນ​ຄົງ​ໃຫ້​ກັບ​ປະ​ເທດ​ໃກ້​ຄຽງ. ​ປະ​ຊາ​ຄົມ​ໂລກ​ຄວນ​ມີ​​ຄວາມ​ລະ​ມັດ​ລະ​ວັງ​ໃນ​ລະ​ດັບ​ສູງ​ຕໍ່ການ​ກະ​ທຳ​ທີ່​​ເປັນອັນ​ຕະ​ລາຍ​ດັ່ງ​ກ່າວ.

ປະ​ຊາ​ຄົມ​ໂລກ​ຫວັງ​ວ່າ ຍີ່​ປຸ່ນ​ຈະ​ຖອດ​ຖອນ​ບົດ​ຮຽນ​ດ້ານ​ປະ​ຫວັດ​ສາດ, ຮັບ​ຟັງ​​ຫາງສຽງ​ປະ​ຊາ​ຊົນ​ທີ່​ຮັກ​ຫອ​ມ​ສັນ​ຕິ​ພາບ​ທັງ​ພາຍ​ໃນ​ຍີ່​ປຸ່ນ ແລະ​ຕ່າງ​ປະ​ເທດ, ສືບ​ຕໍ່​ຍຶດ​ໝັ້ນ​ເດີນ​​ຕາມເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ກັບ​ປະ​ເທດ​ອ້ອມ​ຂ້າງ​ຢູ່​ອາ​ຊີ ກໍ​ຄື​ປະ​ຊາ​ຄົ​ມ​ໂລກ ດ້ວຍ​ການ​ກະ​ທໍ​າ​ຕົວ​ຈິງ.

ຄຳ​ເຫັນ

0