秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳມະບານອີຕາຣີປະທ້ວງການນຳໃຊ້ “ເຮືອບິນມະນຸດສະທຳ”ຂົນສົ່ງເຄື່ອງອາວຸດ

2022-03-21 11:21:06 cri

ຕອນ​ບ່າຍ​ວັນ​ທີ 19 ມີ​ນາ​ນີ້, ສະ​ຫະ​ພັ​ນ​ກຳ​ມະ​ບານ​ຂັ້ນ​ຮາກ​ຖານ​ອີ​ຕາ​ຣີ ຫຼື USB ໄດ້​ຈັດ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຢູ່​ສະ​ໜາມ​ບິນ​ປີ​ຊາ​ຂອງ​ອີ​ຕາ​ຣີ ເພື່ອ​ປະ​ທ້ວງ​ເຫດ​ການ​ນຳ​ໃຊ້​ເຮືອ​ບິນ​ສຳ​ລັບຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ນັ້ນ ຂົນ​ສົ່ງ​​ເຄື່ອງອາ​ວຸດ​ໄປ​ອູ​ແກ​ຣນ ທີ່​ເກີດ​ຂຶ້ນ​ຢູ່​ສະ​ໜາມ​ບິນ​ແຫ່ງ​ນີ້​ໃນ​ອາ​ທິດ​ຜ່ານ​ມາ.

ຜູ້ຈັດ​ຕັ້ງ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ດັ່ງ​ກ່າວ​ກ່າວ​ວ່າ: ເຂົາ​ເຈົ້າ​ສົງ​ໄສວ່າ​ລັດ​ຖະ​ບານ​ອີ​ຕາ​ຣີ​ຢາກ​ນຳ​ໃຊ້​ວິ​ທີ​ດັ່ງ​ກ່າວ​ເພື່ອ​ແກ້​ໄຂວິ​ກິດ​ການ​ອູ​ແກ​ຣນ, ເຂົາ​ເຈົ້າ​ໄດ້​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ທະ​ຫານ ແລະ​ຜູ້​ຄຸ້ມ​ຄອງ​ສະ​ໜາມ​ບິນ ແຈ້ງ​​ໃຫ້​ຮູ້ລາຍ​ລະ​ອຽດ​ທັງ​ໝົດ​ກ່​ຽວ​ກັບການ​ນຳ​ໃຊ້​ເຮືອ​ບິນ​ພົນ​ລະ​ເຮືອນ​ເພື່ອ​ຂົນ​ສົ່ງ​ອາ​ວຸດ​ຍຸດ​ໂທ​ປະ​ກອນ ພ້ອມ​ທັງ​ແຈ້ງ​ໃຫ້​ຮູ້​ຄວາມ​ສ່ຽງ​ຂອງ​ພະ​ນັກ​ງານ​ສະ​ໜາມ​ບິນ ກໍ​ຄື​ຜູ້​ໂດຍ​ສານ.

ວັນ​ທີ 12 ມີ​ນາ​ນີ້, ​ກຳ​ມະ​ກອນ​ຂົນ​ເຄື່ອງ​ຂອງ​ສະ​ໜາມ​ບິນ​ປີ​ຊາ​ໄດ້​ພົບ​ເຫັນ​ລູກ​ປື​ນ, ລະ​ເບີດ ແລະ​ອ​າ​ວຸດ​ອື່ນໆ​ເປັນ​ແກັດໆ ​ຢູ່​ໃນ​ເຮືອ​ບິນ​ສຳ​ລັບ​ການ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ. ສະ​ນັ້ນ, ກຳ​ມະ​ກອນ​ຈຳ​ນວນ​ໜຶ່ງ​ຈຶ່ງໄດ້​ປະ​ຕິ​ເສດ​ຂົນເຄື່ອງ​ອາ​ວຸດ​ເຫຼົ່າ​ນີ້.

ຄຳ​ເຫັນ

0