蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ກອງພັນອາຊົຟ” ອູແກຣນຢາກຫຼອນໂຈມຕີສິ່ງກໍ່ສ້າງທາງການທູດຂອງປະເທດຕາເວັນຕົກ ເພື່ອຈະໄດ້ຖິ້ມໂທດໃສ່ກອງທັບຣັດເຊຍ

2022-03-21 16:35:31 CRI

ຂ່າວສານສະປຸດນິກຂອງຣັດເຊຍລາຍງານໃນວັນທີ 20 ມີນານີ້ວ່າ: “ກອງພັນອາຊົຟ” ເຊິ່ງເປັນອົງການຈັດຕັ້ງການທະຫານນາຊີໃໝ່ຂວາຈັດຂອງອູແກຣນ ມີແຜນຈະກໍ່ການຫຼອນ ໂຈມຕີແບບກໍ່ການຮ້າຍໂດຍຖືເອົາອາເມຣິກາ ແລະປະເທດຕາເວັນຕົກອື່ນໆເປັນເປົ້າໝາຍ ຢູ່ເມືອງລະວິບ(Lviv) ແລະ ປອມແປງເຫດການເປັນການໂຈມຕີທີ່ມີເປົ້າໝາຍຈາກກອງທັບ ຣັດເຊຍ.
ນອກນີ້, ຂ່າວສານຣັດເຊຍມື້ນີ້ກໍລາຍງານວ່າ: ກອງທັບຣັດເຊຍໄດ້ຮູ້ວ່າ, ອົງການຈັດຕັ້ງດັ່ງ ກ່າວໄດ້ວາງແຜນອຸບາຍຫຼອນໂຈມຕີສິ່ງກໍ່ສ້າງທາງການທູດຂອງອາເມຣິກາ ແລະ ປະເທດ ຕາເວັນຕົກອື່ນໆຢູ່ເມືອງລະວິບ ທາງພາກຕາເວັນຕົກຂອງອູແກຣນ ເຊິ່ງຂ່າວດັ່ງກ່າວແມ່ນ ທ່ານອີກໍ ໂຄນາເຊນຄົຟ ໂຄສົກກະຊວງປ້ອງກັນປະເທດຣັດເຊຍເປີດເຜີຍໃນກອງປະຊຸມ ຖະແຫຼງຂ່າວຄັ້ງໜຶ່ງໃນວັນທີ 19 ມີນານີ້. ທ່ານອີກໍ ໂຄນາເຊນຄົຟ ໄດ້ກ່າວວ່າ: ຂ່າວດັ່ງ ກ່າວແມ່ນມາຈາກພະນັກງານອົງການຄຸ້ມຄອງຄວາມໝັ້ນຄົງອູແກຣນປະຈຳເຂດໂດເນັັດສ໌ ແລະ ເຂດລູກັນສ໌ ທີ່ໄດ້ສະໝັກຍອມຈຳນົນ. ທ່ານໂຄນາເຊນຄົຟ ຍັງກ່າວຕື່ມອີກວ່າ: ຈຸດປະສົງຕົ້ນຕໍຂອງອົງການຈັດຕັ້ງດັ່ງກ່າວໃນການກໍ່ການທ້າທາຍເທື່ອນີ້ ກໍເພື່ອເປັນການ ໃສ່ຄວາມກົດດັນຕໍ່ປະເທດນາໂຕໃນການຕັ້ງ “ເຂດຫ້າມບິນ” ຢູ່ອູແກຣນ ແລະສະໜອງ ອາວຸດຍຸດໂທປະກອນໃຫ້ອູແກຣນຫຼາຍກວ່າເກົ່າອີກ.

ຄຳ​ເຫັນ

0