蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມີ​ປະ​ຊາ​ຊົນ ​ສ.ເກົາຫຼີ​ເກືອບ 3 ແສນ​ຄົນ​ຮ້ອງ​ຮຽນ​ໃຫ້​ຍ້າຍ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ອອກ​ຈາກ​ຊົງ​ວາ​ເດ

2022-03-21 16:27:30 CRI

ວັນ​ທີ 20 ມີ​ນາ​ນີ້, ທ່ານ​ຢູນ​ເຊກ​ຢຸນ ວ່າ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ ສ.ເກົາຫຼີ​ປະ​ກາດ​ວ່າ: ຈະ​ຍ້າຍ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຈາກ​ຊົງ​ວາ​ເດ​ໄປ​ຕຶກ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ທີ່​ຕັ້ງ​ຢູ່​ເມືອງ​ຢົງ​ຊານ​ນະ​ຄອນຫຼວງ​ເຊ​ອຸນ.

ການ​ກະ​ທຳ​ດັ່ງ​ກ່າວ​ຖືກ​ປະ​ຊາ​ຊົນ​ ສ.ເກົາຫຼີ​ຄັດ​ຄ້ານ. ມາ​ຮອດ​ເວ​ລາ 9 ໂມງ​ຂອງວັນ​ທີ 21 ມີ​ນາ​ນີ້​ຕາມ​ເວ​ລາ​ປັກ​ກິ່ງ, ມີ​ປະ​ຊາ​ຊົນ​ສ.ເກົາຫຼີ 290.000 ກວ່າ​ຄົນ​ໄດ້​ຮ້ອງ​ຮຽນ​ຕໍ່​ຊົງ​ວາ​ເດ ເພື່ອ​ຢາກ​ສະ​ກັດ​ກັ້ນ​ການ​ຍ້າຍ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ອອກ​ຈາກ​ຊົງ​ວາ​ເດ, ​ການຮ້ອງ​ຮຽນ​​ເທື່ອ​ນີ້​ໄດ້​ມີ​ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ບັນ​ລຸມາດ​ຕະ​ຖານ​ທີ່​​ພາກ​ສ່ວນ​ຄຸ້ມ​ຄອງ​​ຕ້ອງໃຫ້​ຄຳ​ຕອບ.

ການ​ປະ​ຕິ​ຮູບ​ຊົງ​ວາ​ເດ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ທ່ານ​ຢູນ​ເຊ​ກ​ຢຸ​ນ​ໃນ​ເວ​ລາ​ລົງ​ສະ​ໝັກ​ຮັບ​ເລືອກ​ຕັ້ງ. ​ສະ​ນັ້ນ, ຫຼັງ​ຈາກ​ໄດ້​ຮັບ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ແລ້ວ, ທ່ານ​ຢູນ​ເຊກ​ຢຸນ​ກໍ​ໄດ້​ເລີ່ມ​ການ​ເລືອກ​ສະ​ຖານ​ທີ່​ຂອງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ. ແຕ່​ວ່າ, ໂດຍ​ໄດ້​ພິ​ຈາ​ລະ​ນາ​ເຖິງ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ແລະຫຼຸດ​ການ​ລົບ​ກວນ​ຕໍ່​ປະ​ຊາ​ຊົນ​, ໃນ​ທີ່​ສຸດ, ໄດ້​ເລືອກ​ເອົາ​ຕຶກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ. ນອກ​ຈາກ​ນີ້​ແລ້ວ, ພຳ​ນັກ​ປະ​ທາ​ນາ​ທິ​ບໍ​ດີ​ກໍ​ໄດ້​ຍ້າຍ​ຈາກ​ຊົງ​ວາ​ເດ​ໄປ​ຕັ້ງ​ຢູ່​ຮານ​ນຳ​ດົງ​ທີ່​ໃກ້​ຄຽງ​ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ.

ຄຳ​ເຫັນ

0