蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝ​ຣັ່ງ​ປະ​ກາດ​ອາ​ຍັດ​ຊັບ​ສິນມູນ​ຄ່າ 22 ຕື້​ເອີ​ໂຣ​ຂອງ​ທະ​ນາ​ຄານ​ກາງ​ຣັດ​ເຊຍ

2022-03-21 16:28:07 CRI

ວັນ​ທີ 20 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານບ​ຣູ​ໂນ ເລ​ໄມ​ເນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ​ແລະ​ການ​ເງິນ​ຝ​ຣັ່ງ​ກ່າວ​ວ່າ, ຝ​ຣັ່ງ​ໄດ້ອາ​ຍັດ​ຊັບ​ສິນ​ມູນ​ຄ່າ 22 ຕື້​ເອີ​ໂຣ​ຂອງ​ທະ​ນາ​ຄານ​ກາງ​ຣັດ​ເຊຍ ແລະ ຍັງ​ໄດ້​ອາ​ຍັດ​ເງິນ​​ຂອງ​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ຂອງ​ຣັດ​ເຊຍໃນ​ບັນ​ຊີ​ຂອງ​ອົງ​ການ​ຈັດ​ຕັ້ງ​ຝ​ຣັ່ງ​ປະ​ມານ 150 ຕື້​ເອີ​ໂຣ. ນອກ​ນີ້, ຍັງ​​ໄດ້​ອາ​ຍັດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຢູ່ຝ​ຣັ່ງ​ທີ່​ມີ​ມູນ​ຄ່າ​ 500 ລ້ານ​ເອີ​ໂຣ​ຂອງ​ຊາວ​ຣັດ​ເຊຍ 30 ຄົນ.

ຄຳ​ເຫັນ

0