ກອງທັບມຽນມາປະກາດວ່າຈະຢຸດຍິງເປັນເວລາ 1 ປີ

2023-01-01 12:04:10 CRI

 

    ຕອນຄໍ່າວັນທີ 31 ທັນວາ 2022 ທີ່ຜ່ານມາ, ກອງບັນຊາການກອງທັບປ້ອງກັນປະເທດມຽນມາໄດ້ອອກຖະແຫຼງການໂດຍລະບຸວ່າ: ຈະຢຸດຍິງເປັນເວລາ 1 ປີ ແຕ່ວັນທີ 1 ມັງກອນ ຫາ ວັນທີ 31 ທັນວາ 2023.

    ຖະແຫຼງການໄດ້ລະບຸຕື່ມວ່າ: ຈະຢຸດຍິງເປັນເວລາ 1 ປີ ເພື່ອຊຸກຍູ້ຂະບວນການສັນຕິພາບ ແລະໃຫ້ສອດຄ່ອງກັບຄວາມມຸ່ງຫວັງຕໍ່ສັນຕິພາບຖາວອນຂອງປະຊາຊົນ, ໃນໄລຍະນີ້, ນອກຈາກການເຄື່ອນໄຫວທີ່ກ່ຽວກັບການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ ແລະການເຄື່ອນໄຫວທີ່ຈໍາເປັນເພື່ອຮັບມືກັບການແຊກແຊງ ແລະການໂຈມຕີຄວາມໝັ້ນຄົງຂອງລັດຖະບານແລ້ວ, ຈະຍຸດຕິການເຄື່ອນໄຫວດ້ານການທະຫານອື່ນໆເປັນການຊົ່ວຄາວ.