ເວລາການຕິດຄຸກຂອງທ່ານນາງ ອອງຊັນຊູຈີ ເພີ່ມຂຶ້ນເຖິງ 33 ປີ

2023-01-01 12:22:42 cri

ວັນທີ 31 ທັນວາຜ່ານມານີ້, ທະນາຍຄວາມຂອງລັດຖະບານມຽນມາກ່າວວ່າ: 5 ຄະດີສໍ້ລາດບັງຫຼວງກ່ຽວກັບທ່ານນາງ ອອງຊັນຊູຈີ ອະດີດທີ່ປຶກສາແຫ່ງລັດ ແລະທ່ານ ວີນມີນ ອະດີດປະທານາທິບໍດີຂອງມຽນມາ  ໄດ້ຖືກຕັດສິນໃນສານພິເສດທີ່ຕັ້ງຢູ່ຄຸກເນປີດໍ, ສອງທ່ານລ້ວນແຕ່ຖືກຕັດສິນຕິດຄຸກ 7 ປີ, ບວກກັບເວລາຕິດຄຸກທີ່ຕັດສິນໃນເມື່ອກ່ອນ, ເວລາຕິດຄຸກຂອງທ່ານນາງ ອອງຊັນຊູຈີ ຈະເພີ່ມຂຶ້ນເຖິງ 33 ປີ, ທ່ານ ວີນມີນ ຈະເພີ່ມຂຶ້ນເຖິງ 12 ປີ.

ທະນາຍຄວາມຂອງລັດຖະບານມຽນມາກ່າວວ່າ: ຄະດີທີ່ຕັດສິນໃນວັນທີ 30 ທັນວາຜ່ານມານີ້ແມ່ນ ໃນໄລຍະລັດຖະບານຊຸດກ່ອນ, ທ່ານນາງ ອອງຊັນຊູຈີ ແລະ ທ່ານ ວີນມີນ ບໍ່ໄດ້ປະຕິບັດຕາມຂໍ້ກຳນົດທາງການເງິນໃນການເຊົ່າ, ຊື້ແລະ ປົກປັກຮັກສາຍົນເຮຣີກົບເຕກອບກູ້, ເຮັດໃຫ້ລັດມີຄວາມເສຍຫາຍທາງການເງິນ, ຄະນະກຳມະການຕໍ່ຕ້ານການສໍ້ລາດບັງຫຼວງຂອງມຽນມາ ຈິ່ງກ່າວຟ້ອງສອງທ່ານ ຕາມມາດຕາທີ່ກ່ຽວຂ້ອງໃນກົດໝາຍວ່າດ້ວຍການຕໍ່ຕ້ານການສໍ້ລາດບັງຫຼວງ.


ທະນາຍຄວາມກ່າວຕື່ມວ່າ: ນັບມາຮອດປັດຈຸບັນ, ຄະດີທີ່ກ່ຽວພັນເຖິງທ່ານນາງ ອອງຊັນຊູຈີ ແລະ ທ່ານ ວີນມີນ ລ້ວນແຕ່ໄດ້ຕັດສິນທັງໝົດແລ້ວ.