ປະມຸກລັດຈີນ ແລະ ຣັດເຊຍສົ່ງສານອວຍພອນປີໃໝ່ເຊິ່ງກັນແລະກັນ

2023-01-01 12:20:38 cri

ວັນທີ 31 ທັນວາປີ 2022, ທ່ານ ສີຈີ້ນຜິງ ປະທານປະເທດຈີນ ກັບ ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ສົ່ງສານອວຍພອນປີໃໝ່ເຊິ່ງກັນແລະກັນ.


ທ່ານ ສີຈີ້ນຜິງ ຕາງໜ້າລັດຖະບານຈີນ ແລະ ປະຊາຊົນຈີນ ສົ່ງຄວາມຊົມເຊີຍອັນຈິງໃຈ ແລະ ຄວາມອວຍພອນທີ່ດີງາມຕໍ່ທ່ານປະທານາທິບໍດີປູຕິນ ແລະ ປະຊາຊົນຣັດເຊຍ.


ເນື້ອໃນສານອວຍພອນຂອງທ່ານ ສີຈີ້ນຜິງ ລະບຸວ່າ, ປີ 2022, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບຣັດເຊຍ ໄດ້ພັດທະນາຢ່າງໝັ້ນທ່ຽງ, ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ພະລັງງານ, ການລົງທຶນ ແລະ ການເຊື່ອມຈອດກັນເປັນຕົ້ນໄດ້ຮັບຜົນງານໃໝ່ ໂດຍໄດ້ຊ່ວຍເຫຼືອສອງປະເທດໃຫ້ພັດທະນາຮ່ວມກັນ. ປີ 2023 ທີ່ຈະໝູນວຽນມາເຖິງນີ້ ແມ່ນປີເລີ່ມຕົ້ນທີ່ຈີນຈະປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ຢ່າງຮອບດ້ານ, ການພົວພັນຈີນ-ຣັດເຊຍກໍ່ຈະໄດ້ຮັບໂອກາດການຂະຫຍາຍຕົວຄັ້ງໃໝ່.


ທ່ານປະທານາທິບໍດີ ປູຕິນ ໄດ້ສົ່ງຄຳອວຍພອນວັນບຸນອັນຈິງໃຈຕໍ່ທ່ານປະທານ ສີຈີ້ນຜິງ ພ້ອມທັງອວຍພອນໃຫ້ປະຊາຊົນຈີນທີ່ມີໄມຕີຈິດຈົ່ງມີຄວາມ ສຸກ ແລະ ສຸຂະພາບເຂັ້ມແຂງ. ທ່ານ ປູຕິນ ກ່າວວ່າ, ໃນປີທີ່ຜ່ານມາ, ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານລະຫວ່າງຣັດເຊຍ ກັບ ຈີນໄດ້ເພີ່ມທະວີຢ່າງຕໍ່ເນື່ອງ. ການສົນທະນາທາງການເມືອງລະຫວ່າງສອງປະເທດມີເນື້ອໃນທີ່ອຸດົມສົມບູນ, ຍອດມູນຄ່າການຄ້າລະຫວ່າງສອງຝ່າຍໄດ້ສ້າງສະຖິຕິສູງໃໝ່ໃນປະຫວັດສາດ, ໂຄງການພື້ນຖານໂຄງລ່າງທາງຄົມມະນາຄົມຂ້າມຊາດອັນສຳຄັນໄດ້ສ້າງສຳເລັດ. ເຊື່ອວ່າ, ໂດຍຜ່ານຄວາມພະຍາຍາມຮ່ວມກັນ, ສອງຝ່າຍຈະສາມາດເຮັດໃຫ້ການຮ່ວມມືລະຫວ່າງສອງປະເທດ ຍົກເຖິງລະດັບສູງກວ່າເກົ່າອັນໃໝ່.


ມື້ດຽວກັນ, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ແລະ ທ່ານ ມີກາອິນ ມີຊູສຕິນ ນາຍົກລັດຖະມົນຕີຣັດເຊຍ ກໍ່ໄດ້ສົ່ງສານອວຍພອນປີໃໝ່ ເຊິ່ງກັນແລະກັນ.