ຄະນະກຳມະການໂອລິມປິກສາກົນຈະສືບຕໍ່ລົງໂທດຣັດເຊຍໃນດ້ານກິລາໃນປີ 2023

2023-01-01 12:14:49 cri

ຂ່າວສານອາເອຟເປລາຍງານວ່າ: ວັນທີ 30 ທັນວາແລ້້ວນີ້, ໃນເວລາກ່າວຄຳອວຍພອນປີໃໝ່, ທ່ານ ໂທມາສ ບາດສ໌ ປະທານຄະນະກຳມະການໂອລິມປິກສາກົນກ່າວວ່າ, ການລົງໂທດຕໍ່ຣັດເຊຍ ແລະ ເບລາຣູຊີໃນດ້ານກິລາຍ້ອນການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນຍັງຈະປະຕິບັດຕໍ່ໃນປີ 2023.


ຂ່າວແຈ້ງວ່າ, ຫຼັງຈາກຣັດເຊຍ ກັບ ອູແກຣນເກີດການປະທະກັນໃນເດືອນກຸມພາປີກາຍນີ້, ຄະນະກຳມະການໂອລິມປິກສາກົນ ກໍ່ໄດ້ໃຊ້ມາດຕະການລົງໂທດຕໍ່ຣັດເຊຍ ແລະ ເບລາຣູຊີ.