ທ່ານ ສີຈິ້ນຜີງ ສົ່ງສານຊົມເຊີຍໄປຍັງປະທານຄົນໃໝ່ຂອງສະຫະພັນສວິສ

2023-01-01 18:14:38 cri

    ວັນທີ 1 ມັງກອນນີ້, ທ່ານ ສີຈິ້ນຜີງ ປະທານປເທດຈີນໄດ້ສົ່ງສານຊົມເຊີຍໄປຍັງທ່ານອາລັນ ເບີແຊັດ ປະທານຄົນໃໝ່ຂອງສະຫະພັນສວິສ.

     ສານຊົມເຊີຍຂອງທ່ານ ສີຈິ້ນຜີງ ລະບຸວ່າ, ພາຍໃຕ້ການນຳພາຂອງຈິດໃຈ “ສະເໝີພາບ, ປະດິດສ້າງໃໝ່ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ”, ສາຍພົວພັນຈີນ-ສວິສໄດ້ຮັກສາທ່ວງທ່າການພັດທະນາທີ່ດີ, ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງລະຫວ່າງສອງຝ່າຍນັບມື້ນັບແໜ້ນແຟ້ນຂຶ້ນ, ການຮ່ວມມືຕົວຈິງໃນຂົງເຂດຕ່າງໆໄດ້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ຂ້າພະເຈົ້າໃຫ້ຄວາມສຳຄັນໃນລະດັບສູງຕໍ່ການພັດທະນາສາຍພົວພັນຈີນ-ສວິສ, ຍິນດີຮ່ວມກັບປະທານອາລັນ ເບີແຊັດທຳຄວາມພະຍາຍາມນຳກັນ, ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດປະດິດສ້າງໃໝ່ຈີນ-ສວິສໃຫ້ໄດ້ຮັບຄວາມຄືບໜ້າໃໝ່, ສ້າງຄວາມຜາສຸກໃຫ້ແກ່ສອງລັດ ແລະປະຊາຊົນສອງປະເທດ.