ສປຊ ຈະພິມຈໍາໜ່າຍສະແຕມປີກະຕ່າຍຕາມຈັນທະຄະຕິຈີນ

2023-01-01 12:08:48 CRI

 

    ພະແນກຄຸ້ມຄອງໄປສະນີອົງການສະຫະປະຊາຊາດຈະພິມ ຈໍາໜ່າຍສະແຕມສະບັບພິເສດປີກະຕ່າຍຕາມຈັນທະຄະຕິຈີນ ຢູ່ນະຄອນນິວຢອກ ປະເທດອາເມຣິກາໃນວັນທີ 20 ມັງກອນນີ້, ເພື່ອສະເຫຼີມສະຫຼອງບຸນກຸດຈີນທີ່ຈະໝູນວຽນມາເຖິງ.

    ເບື້ອງຊ້າຍຂອງສະແຕມປີກະຕ່າຍ ແມ່ນຮູບກາໝາຍອົງການສະຫະປະຊາຊາດ, ເບື້ອງຂວາແມ່ນຮູບກະຕ່າຍທີ່ອອກແບບໂດຍທ່ານ ພ່ານຫູ ນັກອອກແບບຈີນ, ເບື້ອງຫຼັງແມ່ນດວງຈັນສີຄຳທີ່ອ້ອມດ້ວຍເມກແຫ່ງສີລິມຸງຄຸນ. ຮູບຂອງສະແຕມມີຄວາມສວຍງາມ ແລະຄວາມປານີດ, ທັງເຕັມໄປດ້ວຍຄວາມມີຊີວິດຊີວາ.

    ພະແນກຄຸ້ມຄອງໄປສະນີອົງການສະຫະປະຊາຊາດໄດ້ພິມຈໍາໜ່າຍສະແຕມກ່ຽມກັບລາສີຕາມຈັນທະຄະຕິຈີນເປັນຄັ້ງທໍາອິດໃນເດືອນພຶດສະພາ 2010, ຮອດປີ 2021, ໄດ້ພິມຈໍາໜ່າຍສະແຕມ 12 ລາສີຄົບຮອບໜຶ່ງແລ້ວ, ສະແຕມປີກະຕ່າຍແມ່ນສະແຕມໃບທີ 2 ຂອງຮອບທີ 2.