ສິງກະໂປຍົກອັດຕາອາກອນຈຳໜ່າຍໃຫ້ສູງຂຶ້ນເປັນເທື່ອທຳອິດ, ປະຊາຊົນຈຳນວນຫຼາຍຍາດເວລາໄປຊື້ເຄື່ອງ

2023-01-01 12:18:10 cri

ສິງກະໂປຕົກລົງຈະຍົກສູງອັດຕາອາກອນຈຳໜ່າຍແຕ່ວັນທີ 1 ມັງກອນປີ 2023 ນີ້ເປັນຕົ້ນໄປ. ເພື່ອປະຢັດເງິນກ່ອນລາຄາສູງຂຶ້ນຍ້ອນເລື່ອງນີ້, ປະຊາຊົນສິງກະໂປຈຳນວນຫຼາຍ ໄດ້ໄປຊື້ເຄື່ອງຢ່າງຄຶກຄື້ນໃນຫວ່າງມໍ່ໆມານີ້, ພາໃຫ້ຈຳນວນເງິນຈຳໜ່າຍຂອງນັກທຸລະກິດຂາຍຍ່ອຍທັງຫຼາຍໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.


ນັບແຕ່ວັນທີ 1 ມັງກອນປີ 2023 ນີ້ເປັນຕົ້ນໄປ, ອັດຕາອາກອນຈຳໜ່າຍສິນຄ້າຫຼາຍຊະນິດຂອງສິງກະໂປໄດ້ເພີ່ມຂຶ້ນຈາກ 7% ເປັນ 8%, ເຊິ່ງກະທົບເຖິງເຄື່ອງໃຊ້ປະຈຳວັນ ເຟີນີເຈີ ເຄື່ອງໄຟຟ້າໃຊ້ໃນເຮືອນ ແລະອື່ນໆ. ຄາດວ່າຮອດປີ 2024, ອັດຕາອາກອນຈຳໜ່າຍຈະຍົກສູງຂຶ້ນເຖິງ 9%.


ນີ້ແມ່ນສິງກະໂປຍົກສູງອັດຕາອາກອນຈຳໜ່າຍເປັນເທື່ອທຳອິດໃນຮອບ 15 ປີຜ່ານມາ, ເປົ້າໝາຍຕົ້ນຕໍແມ່ນເພື່ອເພີ່ມລາຍຮັບ ແລະຫຼຸດຜ່ອນຄວາມກົດດັນທາງການເງິນຍ້ອນຈຳນວນປະຊາກອນຜູ້ອາຍຸສູງເພີ່ມຂຶ້ນຫຼາຍ. ລັດຖະບານສິງກະໂປຄາດວ່າ: ຮອດປີ 2030, ຈຳນວນປະຊາກອນຜູ້ມີອາຍຸ 65 ປີຂຶ້ນໄປຈະກວມ 1/4 ຂອງປະຊາກອນທົ່ວປະເທດ.