ອິນໂດເນເຊຍກຳນົດວ່າຈະຫຼຸດລົງການສົ່ງອອກນ້ຳມັນປາມແຕ່ວັນທີ 1 ມັງກອນນີ້

2023-01-01 12:24:28 cri

ເວັບໄຊຂອງໜັງສືພິມ “ລຽນເຮີຈາວປ້າວ” ສິງກະໂປລາຍງານວ່າ, ນັບແຕ່ວັນທີ 1 ມັງກອນນີ້ເປັນຕົ້ນໄປ, ລັດຖະບານອິນໂດເນເຊະຈະປ່ຽນແປງຂໍ້ກຳນົດກ່ຽວກັບການສົ່ງອອກນ້ຳມັນປາມໃຫ້ເຄັ່ງຄັດກວ່າເກົ່າ, ປະລິມານການສົ່ງອອກນ້ຳມັນປາມໄປຕ່າງປະເທດທີ່ໄດ້ຮັບການອະນຸມັດນັ້ນຈະຫຼຸດໜ້ອຍລົງ.


ຂ່າວແຈ້ງໃຫ້ຮູ້ວ່າ, ເຈົ້າໜ້າທີ່ອິນໂດເນເຊຍອະທິບາຍວ່າ, ມາດຕະການດັ່ງກ່າວແມ່ນເພື່ອຮັບປະກັນການສະໜອງຢ່າງພຽງພໍຢູ່ພາຍໃນປະເທດ ແລະ ກ່າວວ່າ, ອິນໂດເນເຊຍຈະປະເມີນຕໍ່ມາດຕາສ່ວນລະຫວ່າງປະລິມານການຈຳໜ່າຍຢູ່ພາຍໃນປະເທດ ກັບ ປະລິມານການສົ່ງອອກໄປສູ່ຕ່າງປະເທດຕາມເວລາກຳນົດ ໂດຍອີງຕາມປັດໄຈຕ່າງໆ ເຊັ່ນ: ສະພາບການສະໜອງ ແລະ ລາຄາຂອງນ້ຳມັນກິນ.


ອີງຕາມຂໍ້ກຳນົດໃໝ່, ປະລິມານການສົ່ງອອກນ້ຳມັນປາມທີ່ນັກທຸລະກິດໄດ້ຮັບອະນຸຍາດສົ່ງອອກ ຈະແມ່ນ 6 ເທົ່າຂອງປະລິມານທີ່ຈຳໜ່າຍຢູ່ພາຍໃນປະເທດ, ຕ່ຳກວ່າ 8 ເທົ່າໃນເມື່ອກ່ອນ.