ຜູ້ອຳນວຍການໃຫຍ່ CMG ສົ່ງຄຳອວຍພອນປີໃໝ່ເຖິງຜູ້ຊົມຜູ້ຟັງຊາວຕ່າງປະເທດ

2023-01-01 15:00:05 cri

ວັນທີ 1 ມັງກອນປີ 2023, ທ່ານເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື  CMG ໄດ້ກ່າວຄຳອວຍພອນປີໃໝ່ ຄສ 2023 ເຖິງເພື່ອນມິດລາຍການໃນໂລກ ຜ່ານທາງວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI, ໂທລະພາບສາກົນຈີນ ຫຼື CGTN ແລະອິນເຕີເນັດ ເຊິ່ງເນື້ອໃນບົດອວຍພອນປີ

ໃໝ່ມີດັ່ງນີ້:

ເພື່ອນມິດທີ່ຮັກແພງທັງຫຼາຍ:

ໂດຍອາບໄປດ້ວຍແສງຕາເວັນທີ່ອົບອຸ່ນໃນລະດູໜາວ, ພວກເຮົາຮ່ວມກັນຕ້ອນຮັບປີ 2023 ທີ່ເຕັມໄປດ້ວຍຄວາມປາດຖະໜາອັນດີງາມ. ນະທີ່ນີ້, ຢູ່ນະຄອນຫຼວງປັກກິ່ງ, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາທ່ານ ຈົ່ງມີຄວາມສຸກຄວາມໂຊກດີ, ສຸຂະພາບເຂັ້ມແຂງຕະຫຼອດໄປ.



ໃນປີ 2022 ທີ່ຫາກໍ່ຜ່ານພົ້ນໄປ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ໄດ້ຈັດຂຶ້ນຢ່າງສຳເລັດຜົນອັນຈົບງາມ, ໄດ້ກຳນົດໜ້າທີ່ ແລະ ທິດທາງຂອງປະເທດຈີນ ທີ່ຊຸກຍູ້ໃຫ້ຊົນຊາດຈີນຟື້ນຟູຄວາມຈະເລີນຮຸ່ນເຮືອງຢ່າງຮອບດ້ານ ດ້ວຍຄວາມເປັນທັນສະໄໝແບບຈີນ. ໃນຖານະເປັນຜູ້ມີສ່ວນຮ່ວມ, ສັກຂີພິຍານ ແລະ ຜູ້ບັນທຶກເຫດການສຳຄັນໃນຍຸກໃໝ່, CMG ໄດ້ລາຍງານງານມະໂຫລານດັ່ງກ່າວຕໍ່ທົ່ວໂລກ ດ້ວຍລາຍການປະເພດຕ່າງໆ, ຕັ້ງໃຈສ້າງລາຍການດີເດັ່ນງວດໜຶ່ງເຊັ່ນ: “ການນຳທາງ” “ຖອດຖອນເຄັດລັບແຫ່ງການພັດທະນາໃນໄລຍະ 10 ປີຜ່ານມາ” ແລະອື່ນໆ, ໄດ້ເລົ່າເລື່ອງລາວດີເດັ່ນໃນ 10 ປີຜ່ານມາ ທີ່ເປັນໄລຍະບໍ່ທຳມະດາຂອງຈີນໃນຍຸກໃໝ່, ໄດ້ຮັບຄວາມຍ້ອງຍໍຢ່າງກວ້າງຂວາງຈາກຜູ້ຊົມຊາວຈີນ ແລະ ຕ່າງປະເທດ.

ໃນໄລຍະໜຶ່ງປີຜ່ານມາ, ພວກເຮົາຄົ້ນຄວ້າການປະດິດສ້າງໃໝ່ແບບເຊື່ອມໂຍງເຂົ້າກັນ ທີ່ “ແນວຄວາມຄິດ+ສິລະປະ+ເຕັກນິກ”, ພະຍາຍາມບັນລຸເປົ້າໝາຍ “ລາຍການທີ່ອອກອາກາດ ລ້ວນແຕ່ແມ່ນລາຍການດີເດັ່ນ.” ໃນການລາຍງານງານກິລາໂອລິມປິກລະດູໜາວປັກກິ່ງ, CMG ໃຊ້ “ໂລແມນຕິກແບບຈີນ” ທີ່ເຕັມໄປດ້ວຍວິທະຍາສາດເຕັກນິກ, ເຮັດໃຫ້ນ້ຳໃຈໂອລິມປິກ ເຊື່ອມໂຍງກັບວັດທະນະທຳຈີນຢ່າງຈົບງາມ, ໃຕ້ໄຟຫິມະ ແລະນ້ຳກ້ອນຂອງງານກິລາໂອລິມປິກລະດູໜາວ ດ້ວຍເຕັກນິກແຫ່ງແສງສະຫວ່າງ. ທ່ານໂທມັສ ບັກສ ປະທານຄະນະກຳມະການໂອລິມປິກສາກົນ ຍ້ອງຍໍການລາຍງານ ແລະ ການເຜີຍແຜ່ການແຂ່ງຂັນ ຂອງງານກິລາໂອລິມປິກລະດູໜາວຄັ້ງນີ້ຂອງ CMG ມີຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນ ແລະ ໄດ້ຮັບຜົນສຳເລັດທີ່ບໍ່ເຄີຍມີມາກ່ອນ. ຂະນະທີ່ລາຍການດີເດັ່ນ “ປະເທດຈີນໃນຕຳລາບູຮານ” “ປະເທດຈີນໃນບົດກະວີ ແລະ ຮູບແຕ້ມ” ແລະລາຍການອື່ນໆ ທີ່ຜະລິດດ້ວຍ CMG, ແມ່ນການອະທິບາຍທີ່ເຕັມໄປດ້ວຍສິລະປະ ກ່ຽວກັບເປັນຫຍັງ ອະລິຍະທຳຈີນສາມາດສືບທອດມາດ້ວຍທຸກເຊັ່ນຄົນຢ່າງບໍ່ຂາດສາຍ, ທັງເປັນການຄົ້ນຄວ້າແລະສະແຫວງຫາຢ່າງຕໍ່ເນື່ອງ ກ່ຽວກັບການສານຄວາມງາມຂອງກັນແລະກັນໃຫ້ປະສົມເຂົ້າກັນ ເພື່ອບັນລຸຄວາມງາມໃນອຸດົມຄະຕິ. ທີ່ເຊື່ອມໂຍງແລະເປັນເອກະພາບກັນ ຂອງອະລິຍະທຳຂອງມວນມະນຸດ. ງານລາຕີບຸນກຸດຈີນ, ງານລາຕີບຸນໄຫວ້ພະຈັນ, ງານລາຕີປີໃໝ່ສາກົນ ແລະອື່ນໆ ໄດ້ພາໃຫ້ເກີດກະແສຄວາມນິຍົມຕໍ່ວັດທະນະທຳຈີນຢູ່ປະເທດຕ່າງໆໃນໂລກ. ກິດຈະກຳສາຍຮູບເງົາຕ່າງໆເຊັ່ນ: “ເທດສະການຟີມຈີນ” “ຄວາມສະເໜ່ຈີນ-ອາເມຣິກາລາຕີນ” “ຄວາມສະເໜ່ຈີນ-ອາຟຣິກາ” ແລະອື່ນໆ, ໄດ້ສ້າງຂົວແຫ່ງການແລກປ່ຽນວັດທະນະທຳ ແລະ ການເຊື່ອມສຳພັນທາງຈິດໃຈຂອງປະຊາຊົນປະເທດຕ່າງໆ ໂດຍຖືຟີມເປັນສື່ກາງ.

ໃນຮອບໜຶ່ງປີຜ່ານມາ, ພວກເຮົາໄດ້ຈັດເວທີປຶກສາຫາລື ແລະກິດຈະກຳຕ່າງໆດ້ານສື່ມວນຊົນ ທີ່ມີຫຼາກຫຼາຍຫົວຂໍ້ ເຊັ່ນ: ເວທີປຶກສາຫາລືການປະດິດສ້າງໃໝ່ດ້ານສື່ມວນຊົນທົ່ວໂລກ, ເວທີປຶກສາຫາລືຂັ້ນສູງການແລກປ່ຽນວັດທະນະທຳຈີນ-ອາກຊັງຕິນ, ເວທີປຶກສາຫາລືການຮ່ວມມືສື່ມວນຊົນຈີນ-ອາຣັບ ແລະອື່ນໆ, ສືບຕໍ່ລົງເລິກກົນໄກ “ຄູ່ຮ່ວມສື່ມວນຊົນ” ທີ່ເປັນກົນໄກຮ່ວມມືໃນພາກພື້ນ ເຊິ່ງໄດ້ຮັດແໜ້ນໄມຕີຈິດມິດຕະພາບກັບສື່ມວນຊົນສາກົນ ຈາກການແລກປ່ຽນເຊິ່ງກັນແລະກັນ. ພາຍຫຼັງຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງສຳເລັດຜົນແລ້ວ, ພວກເຮົາໄດ້ຈັດກິດຈະກຳສື່ມວນຊົນຢູ່ຕ່າງປະເທດ 58 ຄັ້ງ ທີ່ມີຫົວຂໍ້ວ່າ: “ຈີນ ແລະໂລກໃນຂະບວນການອອກເດີນທາງຄັ້ງໃໝ່” ໂດຍໄດ້ແລກປ່ຽນ ແລະ ປຶກສາຫາລືກັບເພື່ອນມິດຊາວຕ່າງປະເທດ ກ່ຽວກັບຄຸນຄ່າທາງຍຸກສະໄໝ ແລະຄວາມໝາຍຕໍ່ໂລກຂອງການຫັນເປັນທັນສະໄໝແບບຈີນ ເຊິ່ງໄດ້ຮັບການຕອບສະໜອງ ແລະໂຄສະນາເຜີຍແຜ່ຈາກສື່ມວນຊົນສາກົນ 2.000 ກວ່າແຫ່ງ.

ທ່ານປະທານສີຈິ້ນຜິງເຄີຍກ່າວເນັ້ນໜັກຫຼາຍຄັ້ງວ່າ: ຈີນຍຶດໝັ້ນຢືນຢູ່ຂ້າງປະຫວັດສາດທີ່ຖືກຕ້ອງ, ຢືນຢູ່ຂ້າງສີວິໄລແລະຄວາມກ້າວໜ້າຂອງມວນມະນຸດ, ພະຍາຍາມອຸທິດສະຕິປັນຍາ ແລະແຜນການຂອງຈີນ ເພື່ອພາລະກິດສັນຕິພາບ ແລະການພັດທະນາຂອງມວນມະນຸດ. ຄວາມສາມາດການໂຄສະນາເຜີຍແຜ່ ແມ່ນດັດຊະນີທີ່ສຳຄັນຂອງສື່ມວນຊົນສາກົນ, ຂະນະທີ່ການສ່ອງແສງໃຫ້ເຫັນເຖິງຄວາມເປັນຈິງ ແມ່ນຊີວິດຂອງສື່ມວນຊົນທັງໝົດ. ໃນຮອບໜຶ່ງປີຜ່ານມາ, ພວກເຮົາໄດ້ປັບປຸງເຄືອຂ່າຍເກັບກຳຂ່າວໃນທົ່ວໂລກໃຫ້ສົມບູນຂຶ້ນ, ສຸມກຳລັງເຂົ້າໃນການຍົກສູງຄວາມສາມາດການລາຍງານຂ່າວຈຸດສຸມໃນທົ່ວໂລກ, ພາສາທີ່ນຳໃຊ້ໃນການໂຄສະນາເຜີຍແຜ່ ໄດ້ເພີ່ມຂຶ້ນຈາກ 44 ພາສາເປັນ 68 ພາສາ ເຊິ່ງໄດ້ກວມເອົາ 233 ປະເທດ ແລະເຂດແຄວ້ນ. ໃນການລາຍງານຂ່າວກ່ຽວກັບການປະທະກັນລະຫວ່າງຣັດເຊຍກັບອູແກຣນ, ການແພ່ລະບາດຂອງພະຍາດໂຄວິດ-19 ແລະຂ່າວອື່ນໆ, ພວກເຮົາໄດ້ປະຖິ້ມຄວາມອະຄະຕິ ແລະຍຶດໝັ້ນຄວາມເປັນຈິງ, ໂຄສະນາເຜີຍແຜ່ຫຼັກໝັ້ນຂອງຈີນ ແລະແຜນການຂອງຈີນທີ່ພາວະວິໄສ ແລະຍຸຕິທຳ ຕໍ່ປະຊາຄົມໂລກ.

ໃນປີໃໝ່ 2023 ນີ້, ພວກເຮົາຈະສືບຕໍ່ບຸກໜ້າບືນຕົວ, ກ້າວໄປຂ້າງໜ້າ

ຢ່າງກ້າຫານແລະມານະອົດທົນ ເພື່ອສະແດງໃຫ້ປະຊາຄົມໂລກໄດ້ເຫັນເຖິງໂສມໜ້າໃໝ່ຂອງຈີນໃນຍຸກໃໝ່ ຈາກຫຼາຍແງ່ມູມ. ປີໃໝ່ 2023 ນີ້ ຍັງແມ່ນການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ. ພວກເຮົາຈະສືບຕໍ່ເສີມສ້າງມິດຕະພາບດ້ວຍສື່ມວນຊົນ, ຊຸກຍູ້ການແລກປ່ຽນ ແລະຮຽນຮູ້ເຊິ່ງກັນແລະກັນລະຫວ່າງອະລິຍະທຳຕ່າງໆ, ປະຕິບັດພັນທະຂອງສື່ມວນຊົນ ເພື່ອເສີມຂະຫຍາຍຄ່ານິຍົມຮ່ວມຂອງມວນມະນຸດ ແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

      ລະດູບານໃໝ່ທີ່ສວຍສົດງົດງາມ ແລະເຕັມໄປດ້ວຍພະລັງຊີວິດ ກຳລັງຈໍ້ເຂົ້າມາ, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງບັນດາທ່ານ ອີກຄັ້ງໜຶ່ງ, ຂໍອວຍພອນໃຫ້ທ່ານຈົ່ງມີຄວາມສຸກສຳລານ ໂອກາດປີໃໝ່ທີ່ໝູນວຽນມາເຖິງ, ຂໍຂອບໃຈ.