ບຸກຄົນຫຼາຍປະເທດກ່າວວ່າ: ຄຳອວຍພອນປີໃໝ່ 2023 ຂອງທ່ານປະທານ ສີຈີ້ນຜິງ ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບທີ່ເປັນປະເທດໃຫຍ່ຂອງຈີນ ແລະ ສະຕິປັນຍາຂອງປະເທດຈີນ

2023-01-02 11:13:41 cri

ຫຼັງຈາກທ່ານ ສີຈີ້ນຜິງ ປະທານປະເທດຈີນໄດ້ສົ່ງຄຳອວຍພອນປີໃໝ່ 2023 ແລ້ວ, ບຸກຄົນຫຼາຍປະເທດກ່າວວ່າ, ຄຳອວຍພອນປີໃໝ່ຂອງທ່ານປະທານ ສີຈີ້ນຜິງ ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບທີ່ເປັນປະເທດໃຫຍ່ ແລະ ສະຕິປັນຍາຂອງປະເທດຈີນ ກ່ຽວກັບການຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ .

ທ່ານ ຊາເມຍ ອາວານ ອະດີດຮອງຫົວໜ້າສູນຄົ້ນຄວ້າຈີນຂອງມະຫາວິທະຍາໄລວິທະຍາສາດເຕັກໂນໂລຊີແຫ່ງຊາດປາກີສະຖານເວົ້າວ່າ: ຈີນໄດ້ກາຍເປັນປະເທດໃຫຍ່ໃນບໍລິເວນທົ່ວໂລກ, ໄດ້ພັດທະນາເຂົ້າສູ່ໄລຍະໃໝ່. ຈີນບໍ່ພຽງແຕ່ເອົາໃຈໃສ່ນຳປະຊາຊົນປະເທດຕົນເທົ່ານັ້ນ ຍັງເອົາໃຈໃສ່ນຳມວນມະນຸດຂອງໂລກນຳອີກ.


ທ່ານປະທານ ສີຈີ້ນຜິງ ຊີ້ອອກວ່າ, ປະເທດຈີນໃນປັດຈຸບັນແມ່ນປະເທດທີ່ຕິດພົວພັນຕໍ່ກັບໂລກຢ່າງໃກ້ຊິດ. ຜູ່ຊ່ຽວຊານເຫັນວ່າ, ການຕິດຕໍ່ພົວພັນກັນລະຫວ່າງຈີນ ກັບ ປະຊາຄົມໂລກ ມີຜົນດີຕໍ່ສັນຕິພາບ ແລະ ການພັດທະນາຂອງໂລກ.

ທ່ານ ຟິລິບ ໂມນີເອີ ອະດີດຫົວໜ້າອົງການພັດທະນາເສດຖະກິດພາກຕາເວັນຕົກສວິສກ່າວວ່າ: ຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ບໍ່ພຽງແຕ່ໄດ້ຊຸກຍູ້ການຄ້າລະຫວ່າງສອງປະເທດເທົ່ານັ້ນ, ຖ້າຄົນທັງຫຼາຍພ້ອມກັນດຳເນີນທຸລະກິດ ພ້ອມກັນແລກປ່ຽນຄວາມຄິດເຫັນ ນີ້ກໍຈະຊຸກຍູ້ສັນຕິພາບເຊັ່ນກັນ.


ເນື້ອໃນຄຳອວຍພອນຂອງທ່ານປະທານ ສີຈີ້ນຜິງ ລະບຸວ່າ: ຈີນໄດ້ພະຍາຍາມສະໜອງສະຕິປັນຍາຂອງຈີນ ແລະ ແຜນການຂອງຈີນ ເພື່ອພາລະກິດສັນຕິພາບ ແລະ ການພັດທະນາຂອງມວນມະນຸດ. ຕໍ່ກັບເລື່ອງນີ້, ຜູ່ຊ່ຽວຊານເຫັນວ່າ, ແນວຄວາມຄິດກ່ຽວກັບປະຊາຄົມຮ່ວມຊາຕາກຳມວນມະນຸດ ຂໍ້ລິເລິ່ມການພັດທະນາທົ່ວໂລກ ແລະ ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກທີ່ທ່ານປະທານ ສີຈີ້ນຜິງ ສະເໜີອອກມານັ້ນ ກໍ່ໄດ້ສະແດງໃຫ້ເຫັນເຖິງການໂຮມສູນດ້ານສະຕິປັນຍາຂອງຈີນ.

ທ່ານ ເຟຣດຣີກ ມູເຕຊາ ເລຂາທິການໃຫຍ່ສະມາຄົມມິດຕະພາບຊຳບີຈີນເວົ້າວ່າ: ຄຳອວຍພອນປີໃໝ່ຂອງທ່ານປະທານ ສີຈີ້ນຜິງ ບໍ່ພຽງແຕ່ສ້າງຄວາມຫວັງໃຫ້ແກ່ປະຊາຊົນຈີນເທົ່ານັ້ນ, ຍັງໄດ້ໃຫ້ປະຊາຊົນທົ່ວໂລກນຳອີກ ໂດຍສະເພາະແມ່ນປະຊາຊົນອາຟຣີກາພວກເຮົາ.