ຈີນມີນັກທ່ອງທ່ຽວພາຍໃນປະເທດຫຼາຍກວ່າ 52 ລ້ານເທື່ອຄົນໃນໄລຍະ ພັກບຸນປີໃໝ່ສາກົນປີ 2023

2023-01-03 14:19:24 cri


ຕົວເລກຂໍ້ມູນຂອງສູນຕົວເລກສະຖິຕິຂອງກະຊວງວັດທະນະທຳແລະທ່ອງທ່ຽວຈີນສະແດງໃຫ້ເຫັນວ່າ: ໃນໄລຍະພັກບຸນປີໃໝ່ສາກົນປີ 2023, ທົ່ວປະເທດ ຈີນມີນັກທ່ອງທ່ຽວເຖິງ 52,7134 ລ້ານເທື່ອຄົນ ເຊິ່ງໄດ້ຟື້ນຟູຄືນເປັນ 42.8% ຂອງຈຳນວນນັກທ່ອງທ່ຽວໃນໄລຍະດຽວກັນຂອງປີ 2019, ມີລາຍຮັບຈາກ ການທ່ອງທ່ຽວພາຍໃນປະເທດເຖິງ 26,517 ຕື້ຢວນ, ເພີ່ມຂຶ້ນ 4.0% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍເຊິ່ງໄດ້ຟື້ນຟູຄືນເປັນ 35.1% ເມື່ອທຽບ ໃສ່ໄລຍະດຽວກັນຂອງປີ 2019. ຕະຫຼາດວັດທະນະທຳແລະທ່ອງທ່ຽວ ໃນໄລຍະວັນພັກໄດ້ຮັກສາຄວາມໝັ້ນທ່ຽງແລະມີຄວາມເປັນລະບຽບຮຽບຮ້ອຍໂດຍລວມ.