ສື່ມວນຊົນອັງກິດລາຍງານວ່າ: ປີ 2023 ອັງກິດຈະປະເຊີນກັບການຊຸດໂຊມລົງດ້ານເສດຖະກິດທີ່ໜັກໜ່ວງທີ່ສຸດໃນກຸ່ມປະເທດ G7

2023-01-03 17:33:04 cri

ວັນທີ 3 ມັງກອນນີ້, ໜັງສືພິມ ຟາຍແນນໂຊ ທາມສ ຂອງອັງກິດໄດ້ນຳໃຊ້ຂໍ້ມູນຈາກຄວາມເວົ້າຂອງນັກເສດຖະສາດຕົ້ນຕໍຂອງອັງກິດມາລາຍງານຂ່າວວ່າ: ເມື່ອທຽບກັບປະເທດສະມາຊິກກຸ່ມ G7 ອື່ນໆແລ້ວ, ອັງກິດຈະປະເຊີນກັບສະພາບເສດຖະກິດຊຸດໂຊມລົງຢ່າງໜັກໜ່ວງທີ່ສຸດໃນປີ 2023.

ຕາມການລາຍງານຂ່າວໃຫ້ຮູ້ວ່າ: ໃນການສຳຫຼວດປະຈຳປີຕໍ່ນັກເສດຖະສາດຕົ້ນຕໍຂອງອັງກິດ 101 ຄົນ, ມີນັກເສດຖະສາດຫຼາຍທ່ານກ່າວວ່າ: ໄພເງິນເຟີ້ຍ້ອນສະພາບການແພ່ລະບາດຂອງພະຍາດໂຄວິດ-19 ແລະສະຖານະການລະຫວ່າງຣັດເຊຍກັບອູແກຣນ ຈະມີຜົນກະທົບຕໍ່ອັງກິດເປັນເວລາຍາວກວ່າປະເທດອື່ນ. ສິ່ງນີ້ຈະບັງຄັບໃຫ້ທະນາຄານອິງແລນຮັກສາອັດຕາດອກເບ້ຍສູງ ແລະບັງຄັບໃຫ້ລັດຖະບານປະຕິບັດນະໂຍບາຍການເງິນທີ່ຮັດກຸມກວ່າເກົ່າ.

ພ້ອມກັນນັ້ນ, ນັກເສດຖະສາດຄາດວ່າ: ເນື່ອງຈາກຄອບຄົວໄດ້ເສຍຄ່າຕອບແທນຢ່າງສູງໃຫ້ກັບຄວາມຜິດພາດດ້ານນະໂຍບາຍສຂອງລັດຖະບານ, ອັງກິດຈະປະເຊີນກັບການຊຸດໂຊມທີ່ໜັກໜ່ວງທີ່ສຸດແລະການຟື້ນຟູຄືນໜ້ອຍທີ່ສຸດໃນປະເທດສະມາຊິກກຸ່ມ G7.