ການຫັນເປັນດີຈີຕອນດ້ານການສຶກສາຊັ້ນສູງຂອງຈີນໄດ້ພັດທະນາເຂົ້າສູ່ໄລຍະໃໝ່

2023-01-03 12:39:46 cri



ນັບມາຮອດທ້າຍເດືອນພະຈິກປີ2022ຜ່ານມານີ້, MOOC ຈີນ ເຊິ່ງເປັນ ຫຼັກສູດອ໋ອນລາຍແບບເປີດກວ້າງຂະໜາດໃຫຍ່ໄດ້ມີຈຳນວນວິຊາຮຽນບັນລຸເຖິງ 62.000 ວິຊາ, ມີຜູ້ລົງທະບຽນເຂົ້າຮຽນເຖິງ 402 ລ້ານເລກໝາຍ, ຈຳນວນ ຜູ້ເຂົ້າຮຽນບັນລຸເຖິງ 979 ລ້ານເທື່ອຄົນ, ນັກສຶກສາຢູ່ໃນໂຮງຮຽນໄດ້ຖືກ ຢືນຢັນໄດ້ຮັບໜ່ວຍກິດຈາກ MOOC ເຖິງ 352 ລ້ານເທື່ອຄົນ. ຜູ້ຮັບຜິດ ຊອບທີ່ກ່ຽວຂ້ອງຂອງກົມການສຶກສາຊັ້ນສູງກະຊວງສຶກສາທິການຈີນໃຫ້ຮູ້ວ່າ: ຈາກການນຳພາໂດຍ MOOC, ລົງເລິກດຳເນີນການປະຕິຮູບຮູບແບບການ ຮຽນການສອນເຊັ່ນ: ການຮຽນທາງອ໋ອນລາຍ, ການຮຽນການສອນແບບປະສົມ ແລະອື່ນໆ, ການຫັນເປັນດີຈີຕອນດ້ານການສຶກສາຊັ້ນສູງຂອງຈີນໄດ້ພັດທະນາເຂົ້າສູ່ໄລຍະໃໝ່, ຮູບແບບການສຶກສາຊັ້ນສູງກຳລັງເກີດການປ່ຽນແປງຢ່າງເລິກເຊິ່ງ.

ຊັບພະຍາກອນຫຼັກສູດຄຸນນະພາບດີໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນັບຕັ້ງແຕ່ ເວັບໄຊການສຶກສາຊັ້ນສູງແບບອັດສະລິຍະແຫ່ງຊາດໄດ້ເປີດນຳໃຊ້ຢ່າງເປັນທາງການໃນເດືອນມີນາປີ2022ຜ່ານມານີ້, ໄດ້ປັບປຸງໃຫ້ມີຊັບພະ ຍາກອນ MOOC ໃໝ່ທີ່ກວມເຖິງ 14 ຂະແໜງວິຊາ ແລະ 92 ວິຊາສະເພາະ, ໄດ້ສະໜອງ ຫຼັກສູດເກືອບ 100.000 ຊະນິດ ແລະການທົດລອງຄືໂຕຈິງ 300 ກວ່າລາຍ ການ. ນັບມາຮອດທ້າຍເດືອນພະຈິກ2022ຜ່ານມານີ້,  ຜູ້ຊົມໃຊ້ເວັບໄຊດັ່ງກ່າວ ໄດ້ປົກຄຸມ 166 ປະເທດແລະເຂດແຄວ້ນ, ຜູ້ເຂົ້າຊົມເວັບໄຊພ້ອມດ້ວຍເວັບໄຊ ບໍລິການດ້ານວິຊາຮຽນສະສົມມີເຖິງ 29,2 ຕື້ເທື່ອ, ຈຳນວນຄົນເລືອກຮຽນ ຕາມຫຼັກສູດໃນເວັບໄຊມີເກືອບ 500 ລ້ານເທື່ອຄົນ.

ການພັດທະນາMOOCໄປສູ່ເຂດພາກຕາເວັນຕົກຂອງຈີນໄດ້ສົ່ງເສີມຄວາມ ຍຸຕິທຳດ້ານການສຶກສາ. ໂດຍນຳໃຊ້ທ່າແຮງດ້ານຊັບພະຍາກອນຄູສອນແລະ ເຕັກນິກຂອງເຂດພາກຕາເວັນອອກຂອງຈີນ, ສົ່ງຊັບພະຍາກອນຄຸນນະພາບດີ ໄປໃຫ້ສະຖາບັນການສຶກສາຊັ້ນສູງຢູ່ເຂດພາກຕາເວັນຕົກ, ນັບລວມແລ້ວໄດ້ສະ ໜອງການບໍລິການດ້ານວິຊາຮຽນແລະຫຼັກສູດອອກແບບສະເພາະຕົວຕາມສັ່ງທັງໝົດ 1.72.900 ວິຊາໃຫ້ສະຖາບັນການສຶກສາຊັ້ນສູງເຂດພາກຕາເວັນຕົກ, ຊ່ວຍເຂດພາກຕາເວັນຕົກດຳເນີນການຮຽນການສອນແບບປະສົມ 3.272.400 ເທື່ອວິຊາ, ຜູ້ມີສ່ວນຮ່ວມໃນການຮຽນບັນລຸເຖິງ 376 ລ້ານເທື່ອຄົນ,  ຄູສອນ ຂອງເຂດພາກຕາເວັນຕົກໄດ້ເຂົ້າຮ່ວມການຝຶກອົບຮົມແບບປະຍຸກ 1.714.000 ເທື່ອຄົນ. ປັດຈຸບັນ, ຢູ່ເຂດພາກຕາເວັນຕົກ ມີສະຖາບັນການສຶກສາຊັ້ນສູງ 725 ແຫ່ງໄດ້ນຳໃຊ້ MOOC ດຳເນີນການຮຽນການສອນທາງອ໋ອນລາຍ ຫຼືການຮຽນ ການສອນແບບປະສົມ, ກວມເຖິງ 97,3% ຂອງສະຖາບັນການສຶກສາຊັ້ນສູງ ທັງໝົດຢູ່ເຂດພາກຕາເວັນຕົກ. ຄວາມສາມາດການບຳລຸງສ້າງຊັບພະຍາກອນ ມະນຸດດ້ານການສຶກສາຊັ້ນສູງຂອງເຂດພາກຕາເວັນຕົກໄດ້ຍົກສູງຂຶ້ນຢ່າງເດັ່ນຊັດ.

ການແລກປ່ຽນແລະການຮ່ວມມືກັບສາກົນໄດ້ດຳເນີນໄປຢ່າງກວ້າງຂວາງ. ນັບແຕ່ລິເລີ່ມສ້າງຕັ້ງສະຫະພັນ MOOC ແລະການສຶກສາອ໋ອນລາຍທົ່ວໂລກໃນປີ2020ເປັນຕົ້ນມາ, ໄດ້ເປີດໃຫ້ມີຫຼັກສູດແບບເຊື່ອມໂຍງທົ່ວໂລກ 168 ວິຊາ,  ມະຫາວິທະຍາໄລທີ່ມີຊື່ສຽງຢູ່ໃນໂລກ ຈຳນວນ 13 ແຫ່ງຈາກ 11 ປະເທດໄດ້ ປະຕິບັດການຮັບຮອງໜ່ວຍກິດເຊິ່ງກັນແລະກັນ, ໄດ້ເປີດຫຼັກສູດເປີດກວ້າງຕໍ່ ທົ່ວໂລກດ້ວຍພາສາອັງກິດ 8 ວິຊາ ເຊິ່ງໄດ້ດຶງດູດຜູ້ຮຽນໃນທົ່ວໂລກ 7.300.000 ຄົນ.