ກະຊວງອຸດສາຫະກຳແລະການຄ້າສິງກະໂປຄາດວ່າເສດຖະກິດຂອງສິງກະໂປເຕີບໂຕ 3,8% ໃນປີ 2022

2023-01-03 11:51:36 CRI

 

    ອີງຕາມຂໍ້ມູນຄາດຄະເນໃນເບື້ອງຕົ້ນທີ່ກະຊວງອຸດສາຫະກຳແລະການຄ້າສິງກະໂປເປີດເຜີຍໃນວັນທີ 3 ມັງກອນນີ້ໃຫ້ຮູ້ວ່າ: ຕະຫຼອດປີ 2022, ເສດຖະກິດຂອງສີງກະໂປເຕີບໂຕ 3,8%, ຫຼຸດລົງຫຼາຍເມື່ອທຽບໃສ່ປີ 2021 ທີ່ມີລະດັບ 7,6%.


    ຂໍ້ມູນນີ້ຍັງຊີ້ໃຫ້ເຫັນວ່າ: ຕະຫຼອດປີ 2022, ຂະແໜງການຜະລິດຂອງສິງກະໂປເຕີບໂຕ 2,6%, ຂະນະທີ່ຂະແໜງການກໍ່ສ້າງເຕີບໂຕ 6,5% ແລະຂະແໜງການບໍລິການເຕີບໂຕ 5%. ນອກນັ້ນ, ເສດຖະກິດໃນໄຕມາດທີ 4 ປິ 2022 ຂອງສິງກະໂປເຕີບໂຕ 2,2%, ຂະແໜງການກໍ່ສ້າງເພີ່ມຂຶ້ນ 10,4% ເມື່ອທຽບໃສ່ໄຕມາດທີ 4 ປີ 2021, ຂະແໜງການບໍລິການເພີ່ມຂຶ້ນ 4,1% ເມື່ອທຽບໃສ່ໄຕມາດທີ 4 ປີ 2021 ແລະຂະແໜງການຜະລິດຫຼຸດລົງ 3 % ເມື່ອທຽບໃສ່ໄຕມາດທີ 4 ປີ 2021.