ປະທານາທິບໍດີແມັກຊິກຮຽກຮ້ອງໃຫ້ອາເມຣິກາຈົ່ງສິ້ນສຸດນະໂຍບາຍລັດທິແຊກແຊງ

2023-01-04 15:19:49 cri

ວັນທີ 3 ມັງກອນນີ້, ທ່ານອັນເດຣັສ ມານູແອນ ໂລເປັສ ໂອບຣາດໍ  ປະທານາທິບໍດີແມັກຊິກກ່າວວ່າ: ໃນກອງປະຊຸມສຸດຍອດອາເມຣິກາເຫນືອທີ່ຈະໄຂຂຶ້ນໃນໄວໆນີ້, ຕົນຈະຮຽກຮ້ອງໃຫ້ລັດຖະບານອາເມຣິກາຈົ່ງສິ້ນສຸດການປະຕິບັດທິດທາງລັດທິມອນໂຣ(Monroe Doctrine)ພ້ອມດ້ວຍນະໂຍບາຍລັດທິແຊກແຊງທີ່ໄດ້ດຳເນີນມາເປັນເວລາ 200 ປີແລ້ວ.


ທ່ານໂລເປັສ ກ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 3 ມັງກອນນີ້ວ່າ: ລັດຖະບານແມັກຊິກຫວັງຢາກຊຸກຍູ້ຄວາມສາມັກຄີແລະການເຊື່ອມໂຍງເຂົ້າເປັນອັນຫນຶ່ງອັນດຽວກັນດ້ານເສດຖະກິດຂອງປະເທດທັງຫມົດໃນແຜ່ນດິນໃຫຍ່ທະວີບອາເມຣິກາ, ສົ່ງ ເສີມການພັດທະນາຮ່ວມກັນຂອງປະເທດໃນພາກພື້ນແຫ່ງນີ້, ເພື່ອແກ້ໄຂບັນຫາທີ່ບໍ່ສະເຫມີພາບກັນດ້ານການພັດທະນາ ແລະບັນຫາຊາວຍົກຍ້າຍຖິ່ນຖານ. ທ່ານກ່າວຕື່ມວ່າ: ທະວີບອາເມຣິກາບໍ່ຄວນມີລັດທິມອນໂຣ, ນະໂຍບາຍລັດທິແຊກແຊງແລະການກະທຳອັດຕັນປະເທດອື່ນອີກຕໍ່ໄປ, ແລະ ບໍ່ຄວນໃຫ້ປະເທດໃດຫນຶ່ງເປັນຜູ້ນຳພາພາກພື້ນແຫ່ງນີ້, ແຕ່ຄວນເຄົາລົບສິດເປັນເຈົ້າຕົນເອງແລະສິດຕັດສິນດ້ວຍຕົນເອງຂອງຊົນຊາດຕ່າງໆ.