ການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ບໍ່ແມ່ນເລື່ອງສ່ວນຕົວຂອງຍີ່ປຸ່ນ

2023-01-05 11:25:22 cri

ກ່ອນໜ້ານີ້, ອົງການພະລັງງານປະລະມານູສາກົນໄດ້ເຜີຍແຜ່ບົດວິພາກສະບັບທີ 3 ຂອງໜ່ວຍງານເຕັກນິກກ່ຽວກັບການແກ້ໄຂບັນຫານ້ຳປົນເປື້ອນລັງສີນິວເຄລຍຢູ່ຟູຄຸຊິມະຂອງຍີ່ປຸ່ນ. ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 4 ມັງກອນນີ້ວ່າ: ຈີນໄດ້ເອົາໃຈໃສ່ເຖິງບົດລາຍງານທີ່ກ່ຽວຂ້ອງຂອງອົງການພະລັງງານປະລະມານູສາກົນແລ້ວ, ເມື່ອເບິ່ງໃນເບື້ອງຕົ້ນແລ້ວ, ກ່ຽວກັບບັນຫາສຳຄັນຕ່າງໆທີ່ຝ່າຍຕ່າງໆໃຫ້ຄວາມສົນໃຈເປັນຢ່າງສູງ ເຊັ່ນ: ຄວາມຈິງ, ຄວາມຖືກຕ້ອງຂອງຕົວເລກຂໍ້ມູນກ່ຽວກັບນ້ຳປົນເປື້ອນລັງສີນິວເຄລຍຢູ່ຟູຄຸຊິມະ, ວິທີການເກັບກຳຕົວເລກຂໍ້ມູນແມ່ນສອດຄ່ອງກັບມາດຕະຖານຄວາມປອດໄພຫຼືບໍ່ ແລະອື່ນໆ, ບົດລາຍງານດັ່ງກ່າວບໍ່ມີຜົນສະຫຼຸບ.

ທ່ານນາງໝາວໜິງກ່າວຕື່ມວ່າ: ການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລບໍ່ແມ່ນເລື່ອງສ່ວນຕົວຂອງຍີ່ປຸ່ນ, ພວກຂ້າພະເຈົ້າກ່າວເຕືອນອີກຄັ້ງໜຶ່ງວ່າ: ຍີ່ປຸ່ນຄວນໃຫ້ຄວາມສຳຄັນຕໍ່ຄວາມຮຽກຮ້ອງຕ້ອງການທີ່ຖືກຕ້ອງແລະສົມເຫດສົມຜົນຂອງປະຊາຄົມໂລກ, ເປິກສາຫາລືຢ່າງເຕັມສ່ວນກັບປະເທດຢູ່ອ້ອມຂ້າງ, ປະເທດເກາະດອນປາຊີຟິກ ແລະຝ່າຍທີ່ມີຜົນປະໂຫຍດຮ່ວມ ພ້ອມດ້ວຍອົງການຈັດຕັ້ງສາກົນ, ແກ້ໄຂບັນຫານ້ຳປົນເປື້ອນລັງສີນິວເຄລຍດ້ວຍວິທີທີ່ເປີດເຜີຍ, ໂປ່ງໃສ, ຕາມຫຼັກວິທະຍາສາດ ແລະປອດໄພ, ພ້ອມທັງຮັບເອົາການຕິດຕາມກວດກາຢ່າງເຂັ້ມງວດຈາກອົງການພະລັງງານປະລະມານູສາກົນ.