ການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໄດ້ເພີ່ມຂຶ້ນ 15,6%

2023-01-07 16:29:04 cri


ວັນທີ 6 ມັງກອນ 2023, ກະຊວງການຄ້າຈີນໄດ້ເປີດເຜີຍຕົວເລກສະຖິຕິ ໂດຍສະແດງໃຫ້ເຫັນວ່າ, ແຕ່ເດືອນມັງກອນຫາເດືອນພະຈິກ 2022, ຍອດມູນຄ່າຂາເຂົ້າຂາອອກດ້ານການບໍລິການຂອງປະເທດຈີນໄດ້ບັນລຸເຖິງ 5.404,61 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ໄດ້ເພີ່ມຂຶ້ນ 15,6%, ການຄ້າດ້ານການບໍລິການຂອງຈີນສືບຕໍ່ຮັກສາການເຕີບໂຕ.

ຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ເດືອນມັງກອນຫາເດືອນພະຈິກ 2022, ມູນຄ່າສົ່ງອອກດ້ານການບໍລິການຂອງຈີນບັນລຸເຖິງ 2.583,3 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ໄດ້ເພີ່ມຂຶ້ນ 15,5%, ມູນຄ່ານຳເຂົ້າດ້ານການບໍລິການບັນລຸເຖິງ 2821,11 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ໄດ້ເພີ່ມຂຶ້ນ 15,6%, ເສຍປຽບດຸນການຄ້າ 237,62 ຕື້ຢວນ.

ການຄ້າຂາເຂົ້າຂາອອກດ້ານການບໍລິການໃນຂະແໜງການທ່ອງທ່ຽວສືບຕໍ່ຟື້ນຕົວຄືນໃໝ່. ແຕ່ເດືອນມັງກອນຫາເດືອນພະຈິກ 2022, ມູນຄ່າຂາເຂົ້າຂາອອກດ້ານການບໍລິການທ່ອງທ່ຽວຂອງປະເທດຈີນບັນລຸເຖິງ 758,05 ຕື້ຢວນ, ທຽບໃສ່ໄລຍະດຽວກັນຂອງປີ 2021 ໄດ້ເພີ່ມຂຶ້ນ 8,2%. ນອກຈາກການບໍລິການທ່ອງທ່ຽວແລ້ວ, ມູນຄ່າຂາເຂົ້າຂາອອກດ້ານການບໍລິການໃນໄລຍະດຽວກັນໄດ້ເພີ່ມຂຶ້ນ 16,9%; ທຽບໃສ່ໄລຍະດຽວກັນຂອງປີ 2019, ມູນຄ່າຂາເຂົ້າຂາອອກດ້ານການບໍລິການໄດ້ເພີ່ມຂຶ້ນ 51,1%.