ລະບົບຊຳລະເງິນຂອງຈີນດຳເນີນງານຢ່າງໝັ້ນທ່ຽງ

2023-01-07 16:02:35 CRI

ວັນທີ 6 ມັງກອນນີ້, ທະນາຄານປະຊາຊົນຈີນ ເຊິ່ງເປັນທະນາຄານກາງຂອງຈີນ ໄດ້ເປີດເຜີຍສະພາບໂດຍລວມຂອງການດຳເນີນງານຂອງລະບົບຊຳລະເງິນປີ 2022 ໂດຍສະແດງໃຫ້ເຫັນວ່າ, ລະບົບຊຳລະເງິນຂອງຈີນໄດ້ດຳເນີນງານຢ່າງໝັ້ນທ່ຽງ, ຈຳນວນບັນຊີທະນາຄານ, ປະລິມານໜ້າວຽກຂອງການຊຳລະເງິນແບບບໍ່ໃຊ້ເງິນສົດ, ປະລິມານໜ້າວຽກຂອງລະບົບຊຳລະເງິນ ແລະອື່ນໆ ໄດ້ເພີ່ມຂຶ້ນໂດຍລວມ.


ມາຮອດທ້າຍໄຕມາດທີ 3 ຂອງປີ 2022, ໃນທົ່ວປະເທດໄດ້ເປີດບັນຊີທະນາຄານມີທັງໝົດ 214,093 ຕື້ບັນຊີ, ເພີ່ມຂຶ້ນ 0,85% ເມື່ອທຽບໃສ່ທ້າຍໄຕມາດທີ 2 ຂອງປີ 2022, ທະນາຄານແຫ່ງຕ່າງໆໃນທົ່ວປະເທດ ໄດ້ອອກບັດທະນາຄານ 9,382 ຕື້ບັດ, ເພີ່ມຂຶ້ນ 0,98% ເມື່ອທຽບໃສ່ທ້າຍໄຕມາດທີ 2 ຂອງປີ 2022. ຮອດໄຕມາດທີ 3 ຂອງປີ 2022, ລະບົບຊຳລະເງິນຂ້າມຊາດໄດ້ຊຳລະເງິນຢວນສະກຸນເງິນຈີນມີ 1.231.800 ເທື່ອ ລວມທັງໝົດ 25.430 ຕື້ຢວນ, ຕ່າງໄດ້ເພີ່ມຂຶ້ນ 43,76% ແລະ 17,3% ຕາມລຳດັບ.