CGTN ຂອງວິທະຍຸໂທລະພາບສູນກາງຈີນຈັດເວທີເປິກສາຫາລືທາງໂທລະພາບຄັ້ງທຳອິດໃນປີນີ້ ພາຍໃຕ້ຫົວຂໍ້: ການຟື້ນຟູຄວາມມີຊີວິດຊີວາຂອງຈີນເປັນ ໂອກາດຂອງໂລກ

2023-01-09 15:01:43 cri


ວັນທີ 7 ມັງກອນນີ້, ຊ່ອງພາສາຝຣັ່ງ CGTN ຂອງວິທະຍຸໂທລະພາບສູນກາງຈີນ ໄດ້ຈັດເວທີເປິກສາຫາລືທາງໂທລະພາບຄັ້ງທຳອິດໃນປີນີ້ ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມມີຊີວິດຊີວາຂອງຈີນເປັນໂອກາດຂອງໂລກ”, ຜູ້ຊ່ຽວຊານຈາກຂົງເຂດການແພດ, ເສດຖະສາດ, ວິທະຍາສາດສັງຄົມ, ຜູ້ຊ່ຽວຊານຄົ້ນຄວ້າບັນຫາສາກົນ, ນັກວິຊາການຂອງຄັງປັນຍາ, ນັກວິສາຫະກິດຕ່າງປະເທດຢູ່ຈີນ ທີ່ມາຈາກ  ຝຣັ່ງ, ສະວິສ, ກາເມີຣູນ, ມາຣົກ ແລະເຊເນການ ພ້ອມດ້ວຍສື່ມວນຊົນຕ່າງປະເທດທີ່ໄດ້ເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ໄດ້ເຂົ້າຮ່ວມການເປິກສາຫາລື ໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: “ການປ້ອງກັນຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຕາມຫຼັກວິທະຍາສາດແລະແມ້ນຢຳ”, “ການວາງແຜນໂດຍລວມໃຫ້ການປ້ອງກັນຄວບຄຸມພະຍາດໂຄວິດ-19 ກັບການພັດທະນາເສດຖະກິດ-ສັງຄົມໄປພ້ອມກັນ”, “ການຄົ້ນຄວ້າຜະລິດວັກຊິນແລະຢາ” ແລະບັນຫາຈຸດສຸມທີ່ປະຊາຄົມໂລກໃຫ້ຄວາມສົນໃຈໃນໄລຍະມໍ່ໆມານີ້, ຮ່ວມກັນຫວນຄືນຂະບວນການແຫ່ງການປ້ອງກັນຄວບຄຸມພະຍາດໂຄວິດ-19 ໃນ 3 ປີທີ່ຜ່ານມາຂອງຈີນ ທີ່ຍຶດໝັ້ນຕິດແທດຕົວຈິງ, ຖືຊີວິດຂອງປະຊາຊົນຢູ່ເໜືອກວ່າທຸກສິ່ງທຸກຢ່າງ ມາໂດຍຕະຫຼອດ, ວິເຄາະທ່າແຮງຂອງເສດຖະກິດຈີນທີ່ມີຄວາມຍືດຫົດຫຼາຍ, ມີກຳລັງບົ່ມຊ້ອນໃຫຍ່, ມີພະລັງຊີວິດຫຼາຍ, ຈ້ອງມອງເບິ່ງຂະບວນວິວັດໃໝ່ແຫ່ງການພັດທະນາທີ່ມີຄຸນນະພາບສູງຂອງຈີນ, ພ້ອມທັງເປັນການຕອບຄວາມສົນໃຈຂອງມວນຊົນໃນປະເທດທີ່ໃຊ້ພາສາຝຣັ່ງຢ່າງມີປະສິດທິຜົນ.