ຈີນສ້າງສຳເລັດແລະນຳໃຊ້ສະຖານີສົ່ງສັນຍານ 5G ຫຼາຍກວ່າ 2,3 ລ້ານແຫ່ງ

2023-01-12 16:39:25 CRI

   ຕາມຂ່າວ CRI: ວັນທີ 11 ມັງກອນນີ້, ນັກຂ່າວໄດ້ຮັບຂໍ້ມູນຈາກກອງປະຊຸມວຽກງານການຫັນເປັນອຸດສາຫະກຳແລະຂໍ້ມູນຂ່າວສານທົ່ວປະເທດທີ່ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນວ່າ: ຈີນໄດ້ສ້າງສຳເລັດແລະນຳໃຊ້ສະຖານີສົ່ງສັນຍານ 5G ທັງໝົດຫຼາຍກວ່າ 2,3 ລ້ານກວ່າແຫ່ງ, ການກໍ່ສ້າງສູນຂໍ້ມູນແບບໃໝ່ໄດ້ຮັບປະສິດທິຜົນຢ່າງເດັ່ນຊັດ.


  ໃນຫຼາຍປີມໍ່ໆມານີ້, ຈີນໄດ້ເພີ່ມຄວາມແຮງເຂົ້າໃນການຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານແບບໃໝ່, ລົງເລິກການກໍ່ສ້າງລະບົບ 5G, ເຄືອຂ່າຍສາຍໃຍແກ້ວທີ່ມີຄວາມໄວຫຼາຍກວ່າ 1.000 MB, ອິນເຕີເນັດອຸດສາຫະກຳ ແລະອື່ນໆ, ຊຸກຍູ້ໃຫ້ເສດຖະກິດດິຈີຕອນແລະເສດຖະກິດຕົວຈິງເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ.


  ທ່ານຈີ່ນຈ້ວງລົງ ລັດຖະມົນຕີກະຊວງການຫັນເປັນອຸດສາຫະກຳແລະຂໍ້ມູນຂ່າວສານຈີນກ່າວໃນກອງປະຊຸມວ່າ: ໃນປີ 2023 ນີ້, ຈະເລັ່ງລັດການກໍ່ສ້າງລະບົບ 5G ແລະເຄືອຂ່າຍສາຍໃຍແກ້ວທີ່ມີຄວາມໄວຫຼາຍກວ່າ 1.000 MB, ເລີ່ມສ້າງເຂດຊາຍແດນທີ່ມີອິນເຕີເນັດໄວ, ຊຸກຍູ້ການຄົ້ນຄວ້າແລະພັດທະນາເຕັກໂນໂລຊີລະບົບ 6G ຢ່າງຮອບດ້ານ.