ປະທານປະເທດຈີນກັບປະທານາທິບໍດີອັງໂກລາ ສົ່ງສານອວຍພອນເຊິ່ງກັນແລະກັນ ເນື່ອງໃນໂອກາດຈີນ-ອັງໂກລາສ້າງສາຍພົວພັນທາງການທູດຄົບຮອບ 40 ປີ

2023-01-12 15:21:37 cri

ວັນທີ 12 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນກັບທ່ານໂຈອາວ ມັນນູ ໂກນຄາເວັສ ໂລເຣນໂຊ ປະທານາທິບໍດີອັງໂກລາ ໄດ້ສົ່ງສານອວຍພອນເຊິ່ງກັນແລະກັນ ເນື່ອງໃນໂອກາດຈີນ-ອັງໂກລາສ້າງສາຍພົວພັນທາງການທູດຄົບຮອບ 40 ປີ.


ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງຊີ້ອອກວ່າ: ນັບແຕ່ສ້າງສາຍພົວພັນທາງການທູດເປັນເວລາ 40 ປີມານີ້, ຈີນກັບອັງໂກລາໄດ້ມີໄມຕີຈິດມິດຕະພາບທີ່ຈິງໃຈ ແລະຮ່ວມກັນກ້າວໄປໜ້າມາໂດຍຕະຫຼອດ, ສອງຝ່າຍມີຄວາມເຂົ້າໃຈກັນແລະສະໜັບສະໜູນເຊິ່ງກັນແລະກັນຕໍ່ບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດໃຈກາງຂອງກັນແລະບັນຫາສຳຄັນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ປັດຈຸບັນ, ການພົວພັນລະຫວ່າງຈີນກັບອັງໂກລາມີທ່ວງທ່າຂະຫຍາຍຕົວຢ່າງດີງາມ, ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງຝ່າຍໄດ້ຮັບໝາກຜົນທີ່ອຸດົມສົມບູນ, ໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດ. ຂ້າພະເຈົ້າເອົາໃຈໃສ່ໃນລະດັບສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນກັບອັງໂກລາ, ຍິນດີທຳຄວາມພະຍາຍາມຮ່ວມກັບທ່ານໂລເຣນໂຊ, ຖືການສ້າງສາຍພົວພັນທາງການທູດຄົບຮອບ 40 ປີເປັນໂອກາດ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ເພີ່ມທະວີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ, ຂຽນໜ້າໃໝ່ໃຫ້ການພັດທະນາຢ່າງມີຊີວິດຊີວາຂອງການພົວພັນຄູ່ຮ່ວມມືຍຸດທະສາດຈີນ-ອັງໂກລາ.


ເນື້ອໃນສານອວຍພອນຂອງທ່ານໂລເຣນໂຊລະບຸວ່າ: ນັບແຕ່ສ້າງສາຍພົວພັນທາງການທູດເປັນຕົ້ນມາ, ການພົວພັນອັງໂກລາ-ຈີນໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດຕ່າງໆໄດ້ຮັບຜົນສຳເລັດທີ່ສຳຄັນ ແລະໜ້າຊົມເຊີຍ. ສອງປະເທດມີຄວາມເຫັນທີ່ເປັນເອກະພາບກັນໃນບັນຫາສາກົນຫຼາຍຂໍ້, ອັງໂກລາຍິນດີເສີມສ້າງການພົວພັນຮ່ວມມືຢ່າງມີໄມຕີຈິດກັບຈີນໃຫ້ແໜ້ນແຟ້ນຂຶ້ນຕື່ມອີກ, ສ້າງອະນາຄົດທີ່ຊົມໃຊ້ຮ່ວມກັນແລະມີຜົນປະໂຫຍດຮ່ວມກັນ, ເພື່ອບັນລຸຄວາມກ້າວໜ້າ, ຄວາມຈະເລີນຮຸ່ງເຮືອງ, ການພັດທະນາພ້ອມກັນ ແລະສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດຫຼາຍກວ່າເກົ່າ.