ທ່ານ ຊິນກ່າງ ກ່າວວ່າ: ການພົວພັນລະຫວ່າງຈີນ-ເອທີໂອປີໄດ້ຜະເຊີນກັບໂອກາດການພັດທະນາອັນໃໝ່ແລະອະນາຄົດທີ່ກວ້າງຂວາງ

2023-01-12 16:51:00 cri

      ວັນທີ 10 ມັງກອນນີ້ຕາມເວລາທ້ອງຖິ່ນ, ທ່ານ ຊິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ເດເມເຄ ເມຄອນເນັນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດເອທີໂອປີໄດ້ຮ່ວມກັນໃຫ້ສຳພາດຕໍ່ນັກຂ່າວ.

      ທ່ານ ຊິນກ່າງ ກ່າວວ່າ: ເອທີໂອປີ ແມ່ນປະເທດໃຫຍ່ໃນທະວີບອາຟຣິກາແລະປະເທດພວມພັດທະນາໃຫຍ່ທີ່ມີອິດທິພົນທີ່ສຳຄັນ ພ້ອມທັງແມ່ນຄູ່ຮ່ວມມືທີ່ສຳຄັນຂອງຈີນຢູ່ອາຟຣິກາ. ໃນຊຸມປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງຜູ້ນຳສອງປະເທດ, ການພົວພັນລະຫວ່າງຈີນ-ເອທີໂອປີໄດ້ຮັກສາການພັດທະນາໃນລະດັບສູງ,ການຮ່ວມມືທີ່ແທ້ຈິງໃນຂົງເຂດຕ່າງໆໄດ້ຮັບໝາກຜົນທີ່ອຸດົມສົມບູນ. ໃນໄລຍະຢ້ຽມຢາມເທື່ອນີ້, ຂ້າພະເຈົ້າໄດ້ເຂົ້າຢ້ຽມຄຳນັບທ່ານ ອາບີ ອາຮາເມັດ ນາຍົກລັດຖະມົນຕີເອທີໂອປີ, ໄດ້ພົບປະເຈລະຈາກັບທ່ານ ເດເມເຄ ເມຄອນເນັນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດເອທີໂອປີ. ສອງຝ່າຍໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນແລະມີຄວາມເຫັນເປັນເອກະສັນກັນວ່າ: ຕ້ອງປັບປຸງແລະລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງໃຫ້ດີຂຶ້ນ,ລົງເລິກການເຊື່ອມຈອດກັນທາງດ້ານຍຸດທະສາດການພັດທະນາ, ເປີດກວ້າງການຮ່ວມມືທີ່ແທ້ຈິງ, ເພີ່ມທະວີການປະສານງານດ້ານວຽກງານຫຼາຍຝ່າຍ ແລະຮ່ວມກັນຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ.

      ທ່ານ ຊິນກ່າງ ກ່າວຕື່ມວ່າ: ການພົວພັນລະຫວ່າງຈີນ-ເອທີໂອປີພວມຜະເຊີນກັບໂອກາດການພັດທະນາອັນໃໝ່ແລະອະນາຄົດທີ່ກວ້າງຂວາງ. ຈີນຍິນດີຮ່ວມກັບຝ່າຍເອທີໂອປີ ຮ່ວມກັນຊຸກຍູ້ການພົວພັນອັນເປັນມູນເຊື້ອທີ່ມີໄມຕີຈິດມິດຕະພາບລະຫວ່າງສອງຝ່າຍໃຫ້ໄດ້ຮັບໝາກຜົນທີ່ອຸດົມສົມບູນກວ່າເກົ່າ.