ທ່າການບິນອະວະກາດແຫ່ງທຳອິດຂອງແຜ່ນດິນໃຫຍ່ເອີຣົບສ້າງຂຶ້ນໃນວົງຂົ້ວໂລກເໜືອ

2023-01-15 12:22:49 CRI


 


ວັນທີ 13 ມັງກອນ 2023 ນີ້, ພິທີສ້າງສຳເລັດທ່າ ການບິນອະວະກາດແຫ່ງທຳອິດຂອງແຜ່ນດິນໃຫຍ່ເອີຣົບໄດ້ຈັດຂຶ້ນຢູ່ສູນການບິນອະວະກາດ Esrange ຂອງປະເທດຊູແອັດທີ່ຕັ້ງຢູ່ໃນວົງຂົ້ວໂລກເໜືອ. ທ່າການບິນອະວະກາດແຫ່ງນີ້ແມ່ນສິ່ງກໍ່ສ້າງສັງລວມທີ່ຍິງສົ່ງຍານອະວະກາດເຂົ້າສູ່ວົງໂຄຈອນທີ່ສ້າງຂຶ້ນໃໝ່ ຢູ່ສູນການບິນອະວະກາດ Esrange, ຖືກຖືວ່າຈະ “ປັບປຸງວິໄສທັດການບິນອະວະກາດຂອງເອີຣົບຄືນໃໝ່ຢ່າງເດັ່ນຊັດ”.

 

ສູນຄົ້ນຄວ້າອະວະກາດຊູແອັດທີ່ເປັນອົງການຄຸ້ມຄອງສູນການບິນອະວະກາດໃຫ້ຮູ້ວ່າ, ຄາດວ່າ ທ່າການບິນອະວະກາດແຫ່ງໃໝ່ນີ້ຈະເລີ່ມສົ່ງດາວທຽມຄັ້ງທຳອິດໃນປະມານທ້າຍປີ 2023, ແລະຈະດຳເນີນການທົດລອງເຕັກນິກຈະຫຼວດແບບໝູນວຽນໃນປີຕໍ່ໄປ.

 

ປະທານບໍລິຫານສູນຄົ້ນຄວ້າອະວະກາດຊູແອັດໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ: ທ່າການບິນອະວະກາດທີ່ສ້າງຢູ່ແຜ່ນດິນໃຫຍ່ເອີຣົບແຫ່ງນີ້ຈະຊ່ວຍເຫຼືອເອີຣົບມີຄວາມເຂັ້ມແຂງເພີ່ມຂຶ້ນໃນຂົງເຂດການບິນອະວະກາດ. ຄວາມສາມາດໃໝ່ທີ່ຈັດສັນດາວທຽມໃນວົງໂຄຈອນ, ຍິງສົ່ງຕາມຄວາມຮຽກຮ້ອງ ແລະ ການພັດທະນາຈະຫຼວດແບບໝູນວຽນ ຈະມີຜົນດີຕໍ່ການພັດທະນາເອີຣົບໃຫ້ມີຄວາມໝັ້ນຄົງກວ່າເກົ່າ, ມີກຳລັງແຂ່ງຂັນຫຼາຍກວ່າເກົ່າ ແລະ ພັດທະນາແບບຍືນຍົງໄດ້.