ທາງລົດໄຟຄວາມໄວສູງຈາກາກຕາ-ບັນດຸງສຳເລັດການຈອດລາງທັງໝົດ

2023-01-18 11:39:36 cri

ວັນທີ 17 ມັງກອນນີ້, ຄຽງຄູ່ກັບລາງລົດໄຟທີ່ມີຄວາມຍາວ 500 ແມັດລາງສຸດທ້າຍໄດ້ເຮັດສຳເລັດ, ທາງລົດໄຟຄວາມໄວສູງຈາກາກຕາ-ບັນດຸງໄດ້ສຳເລັດການຈອດລາງລົດໄຟຍາວທັງໝົດແລ້ວ ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການສຳເລັດການວາງລາງລົດໄຟໃນກາງເດືອນກຸມພາປີ 2023 ນີ້.

ທາງລົດໄຟຄວາມໄວສູງຈາກາກຕາ-ບັນດຸງເປັນທາງລົດໄຟເຊື່ອມຕໍ່ລະຫວ່າງນະຄອນຫຼວງຈາກາກຕາ ແລະນະຄອນບັນດຸງ ເຊິ່ງເປັນນະຄອນທີ່ມີຊື່ສຽງດ້ານການທ່ອງທ່ຽວຂອງອິນໂດເນເຊຍ, ມີຄວາມຍາວທັງໝົດ 142,3 ກິໂລແມັດ, ຄວາມໄວສູງສຸດແມ່ນ 350 ກິໂລແມັດຕໍ່ຊົ່ວໂມງ, ແມ່ນໂຄງການສັນຍະລັກໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງຈີນກັບອິນໂດເນເຊຍ. ທັງແມ່ນໂຄງການກໍ່ສ້າງທາງລົດໄຟຄວາມໄວສູງແບບຈີນຢູ່ຕ່າງປະເທດທີ່ມີລະບົບຄົບຖ້ວນ, ມີປັດໄຈຄົບຖ້ວນ ແລະຕ່ອງໂສ້ອຸດສາຫະກຳຄົບຖ້ວນເທື່ອທຳອິດ. ຫຼັງຈາກສ້າງສຳເລັດແລ້ວ, ເວລາການເດີນທາງຈາກຈາກາກຕາຫາບັນດຸງຈະໃຊ້ເວລາພຽງແຕ່ 40 ນາທີຈາກຫຼາຍກວ່າ 3 ຊົ່ວໂມງໃນປັດຈຸບັນ.