ອົງການທ່ອງທ່ຽວແຫ່ງຊາດສິງກະໂປ: ຄາດວ່ານັກທ່ອງທ່ຽວທີ່ໄປທ່ຽວສິງກະໂປໃນປີ 2023 ຈະບັນລຸເຖິງ 12 ຫາ 14 ລ້ານເທື່ອຄົນ

2023-01-18 15:14:21 cri



      ຕາມໜັງສືພິມລຽນເຮີຈາວປ້າວຂອງສິງກະໂປລາຍງານວ່າ: ອົງການທ່ອງທ່ຽວແຫ່ງຊາດສິງກະໂປລາຍງານໃຫ້ຮູ້ໃນວັນທີ 17 ມັງກອນນີ້ວ່າ: ຄາດວ່ານັກທ່ອງທ່ຽວທີ່ໄປທ່ຽວສິງກະໂປໃນປີ 2023 ຈະບັນລຸເຖິງ 12 ຫາ 14 ລ້ານເທື່ອຄົນ,ຈະສ້າງລາຍຮັບດ້ານການທ່ອງທ່ຽວທີ່ມີມູນຄ່າເຖິງປະມານ 18 ຫາ 21 ຕື້ໂດລາສິງກະໂປ(ເທົ່າກັບປະມານ 13,6 ຫາ 15,9 ຕື້ໂດລາສະຫະລັດ), ຈຳນວນນັກທ່ອງທ່ຽວຈະຟື້ນຟູຄືນລະດັບປະມານ 67% ຫາ 75% ກ່ອນການແພ່ລະບາດຂອງພະຍາດໂຄວິດ-19.

      ອົງການດັ່ງກ່າວຍັງແຈ້ງໃຫ້ຮູ້ໃນເວລາເປີດເຜີຍຕົວເລກຂໍ້ມູນທີ່ກ່ຽວຂ້ອງຂອງປີ 2022 ວ່າ: ປີ 2022, ນັກທ່ອງທ່ຽວທີ່ໄປທ່ຽວສິງກະໂປມີເຖິງ 6,3 ລ້ານເທື່ອຄົນ,ໄດ້ຟື້ນຟູຄືນລະດັບປະມານ 33% ກ່ອນການແພ່ລະບາດຂອງພະຍາດໂຄວິດ-19. ຕາມການຄິດໄລ່ຕົວເລກຂໍ້ມູນທີ່ມີຢູ່ແລ້ວສະແດງໃຫ້ເຫັນ: ຄາດວ່ານັກທ່ອງທ່ຽວທີ່ໄປທ່ຽວສິງກະໂປໝົດປີ 2022 ຈະຊ່ວຍສ້າງລາຍຮັບທີ່ມີມູນຄ່າເຖິງ  13,8 ຫາ 14,3 ຕື້ໂດລາສິງກະໂປ.