ທ່ານສີຈິ້ນຜິງຕໍ່ສາຍກັບໂຮງລ້ຽງດູຜູ້ເຖົ້າໂດຍເນັ້ນໜັກວ່າ: ຕ້ອງໃຫ້ຜູ້ເຖົ້າຜູ້ແກ່ມີຊີວິດໃນໄວຊະລາທີ່ມີຄວາມສຸກ

2023-01-18 23:43:22 CRI


    ເນື່ອງໃນໂອກາດບຸນກຸດຈີນ ເຊິ່ງເປັນບຸນປະເພນີຂອງຈີນໃກ້ຈະໝູນວຽນມາເຖິງນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ສົ່ງຄວາມຢື້ຢາມຖາມຂ່າວແລະຄວາມອວຍພອນປີໃໝ່ອັນດີງາມໄປຍັງຜູ້ເຖົ້າຜູ້ແກ່ຢູ່ໂຮງລ້ຽງດູຜູ້ເຖົ້າໂດຍຜ່ານການສົນທະນາທາງວິດີໂອ. ທຸກຄົນໃນໂຮງລ້ຽງດູຜູ້ເຖົ້າດັ່ງກ່າວໄດ້ອວຍພອນປີໃໝ່ໃຫ້ທ່ານສີຈິ້ນຜິງເຊັ່ນດຽວກັນ.