ທ່ານນາງ ໂວຖິແອັງຊວນ ຂຶ້ນຮັບຕຳແໜ່ງຜູ້ຮັກສາການປະທານປະເທດຫວຽດນາມ

2023-01-19 11:30:54 cri

 

    ວັນທີ 18 ມັງກອນນີ້, ຄະນະກຳມະການປະຈຳສະພາແຫ່ງຊາດຫວຽດນາມໄດ້ປະກາດວ່າ: ທ່ານນາງ ໂວຖິແອັງຊວນ ຮອງປະທານປະເທດຫວຽດນາມຂຶ້ນຮັບຕຳແໜ່ງຜູ້ຮັກສາການປະທານປະເທດຫວຽດນາມ.

    ທ່ານນາງ ໂວຖິແອັງຊວນ ໄດ້ຮັບເລືອກຕັ້ງເປັນຮອງປະທານປະເທດໃນປີ 2021.

    ວັນທີ 17 ມັງກອນນີ້,  ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ຊຸດທີ 13 ໄດ້ຈັດກອງປະຊຸມ, ໂດຍເຫັນດີໃຫ້ ທ່ານຫງວຽນຊວັນຟຸກ ລາອອກຈາກຕຳແໜ່ງກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ແລະປະທານປະເທດຫວຽດນາມ. ວັນທີ 18 ມັງກອນນີ້, ສະພາແຫ່ງຊາດຫວຽດນາມຊຸດທີ 15 ໄດ້ຈັດກອງປະຊຸມພິເສດຄັ້ງທີ 3, ໂດຍໄດ້ຮັບຮອງມະຕິທີ່ທ່ານ ຫງວຽນຊວັນຟຸກລາອອກຈາກຕຳແໜ່ງປະທານປະເທດ ແລະຍົກເລີກສິດເປັນຜູ້ຕາງໜ້າສະພາແຫ່ງຊາດຫວຽດນາມຊຸດທີ 15 ຂອງທ່ານຫງວຽນຊວັນຟຸກ.