ຈີນຮຽກຮ້ອງໃຫ້ຍີ່ປຸ່ນຍຸດຕິການກະທຳບໍ່ມີຄວາມຮັບຜິດຊອບທີ່ລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2023-01-20 10:47:31 cri

ວັນທີ 19 ມັງກອນນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ໂດຍແນໃສ່ລັດຖະບານຍີ່ປຸ່ນໄດ້ປະກາດໃນອາທິດແລ້ວນີ້ວ່າ:ຈະລະບາຍນ້ຳປົນເປື້ອນລັງສີນິວເຄລຍຢູ່ໂຮງໄຟຟ້າຟຸກຸຊິມະລົງສູ່ທະເລໃນກາງລະດູບານໃໝ່ ແລະ ລະດູຮ້ອນປີນີ້, ອົງການຈັດຕັ້ງຈຳນວນຫຼາຍພາຍໃນຍີ່ປຸ່ນ ແລະ ບຸກຄົນຢູ່ຫຼາຍປະເທດພາກັນປະກອບຄວາມເຫັນໃນຫວ່າງມໍ່ໆມານີ້ ໂດຍໄດ້ຕິຕຽນລັດຖະບານຍີ່ປຸ່ນທີ່ລະເມີດຄຳໝັ້ນສັນຍາ, ພ້ອມທັງສະແດງຄວາມຄັດຄ້ານຢ່າງຮຸນແຮງຕໍ່ຂໍ້ຕົກລົງດັ່ງກ່າວ ຂໍຖາມທ່ານໂຄສົກວ່າ ທ່ານຕີລາຄາແນວໃດຕໍ່ກັບເລື່ອງນີ້?


ທ່ານວ່າງເວີນປິ່ນກ່າວວ່າ, ລັດຖະບານຍີ່ປຸ່ນ ແລະ ບໍລິສັດໄຟຟ້າໂຕກຽວເຄີຍໃຫ້ຄຳໝັ້ນສັນຍາວ່າ: ຖ້າສ້າງຄວາມເຂົ້າໃຈກັບຝ່າຍທີ່ກ່ຽວຂ້ອງບໍ່ໄດ້ ຈະບໍ່ລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ແຕ່ປັດຈຸບັນ ຊ້ຳພັດໄດ້ລະເມີດຄຳໝັ້ນສັນຍາທີ່ເຄີຍໃຫ້ໄວ້.


ທ່ານວ່າງເວີນປິ່ນກ່າວເນັ້ນວ່າ, ຈີນຮຽກຮ້ອງໃຫ້ຍີ່ປຸ່ນເຄົາລົບຄວາມສົນໃຈອັນຊອບທຳ ແລະ ຄວາມຮຽກຮ້ອງຢ່າງຮຸນແຮງຂອງປະຊາຊົນຍີ່ປຸ່ນ ແລະ ປະຊາຄົມໂລກ, ປະຕິບັດຕາມຄຳໝັ້ນສັນຍາຂອງຕົນ, ຊຳລະແກ້ໄຂບັນຫານ້ຳປົນເປື້ອນລັງສີນິວເຄລຍດ້ວຍວິທີການຕາມຫຼັກວິທະຍາສາດ, ເປີດເຜີຍ ແລະ ປອດໄພ, ຍຸດຕິການກະທຳທີ່ບໍ່ມີຄວາມຮັບຜິດຊອບໃນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ.